ໃນວັນທີ 5 ມັງກອນ 2018 ທ່ານນາງ ອຸເທນ ມາສີຊົນໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ ແນວຄິດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ຊຸກຍູ້ວຽກງານການຜະລິດຂອງປະຊາຊົນ ຢູ່ບ້ານຖ້ໍ້າສ່ອຍ ແລະ ບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ
ໃນໂອກາດດັ່ງກ່າວທ່ານໄດ້ໂອ້ລົມ ຊີ້ນຳວຽກງານໃຫ້ສືບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດ, ຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປຶກສາ ຮ່ວມມື ຊ່ວຍເຫຼືອພະນັກງານທີ່ລົງຮາກຖານ, ຢຸດເຊົາການເຮັດໄຮ່ແບບເລື່ອນລອຍ, ໃຫ້ຂຸ້ນຂ້ຽວປູກພືດລະດູແລ້ງ, ປູກຫຍ້າລ້ຽງງົວ ຄວາຍ, ເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນ ແລະ ວັດທະນະທຳອັນດີງາມຂອງເຜົ່າ. ພ້ອມນັ້ນ ກໍສຸມໃສ່ການປູກຝັງ-ລ້ຽງສັດໃຫ້ກາຍເປັນສິນຄ້າປອດສານຜິດ, ຍົກສູງສີມືຫັດຖະກຳໃຫ້ສູງຂື້ນ, ຢຸດຕິການ ປູກຝິ່ນ ແລະ ຫ້າມເສບ ຫລື ຊຶ້-ຂາຍ ສິ່ງເສບຕິດ, ວຽກງານຕ່າງໆຂອງບ້ານປະຊາຊົນ ແລະ ແມ່ຍິງຕ້ອງມີສ່ວນຮ່ວມ, ສ້າງໜ່ວຍພັກໃຫ້ເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃຫ້ກາຍເປັນບ້ານພັດທະນາ ແຕ່ລະວຽກງານຂອງບ້ານຕ້ອງເນັ້ນອາຍຸ ເພດ ຊົນເຜົ່າ, ສ້າງຂະບວນການຕ້ອນຮັບຄົບຮອບວັນສ້າງຕັ້ງກອງທັບປະຊາຊົນລາວ, ຈັດຕັ້ງປະຕິບັດມະຕິຕ່າງໆຂອງຂັ້ນເທິງ, ມີສະຕິລະວັງຕົວ ສາມາດກຳໄດ້ຄົນເຂົ້າອອກບ້ານ.
ໂອກາດນີ້ທ່ານກໍ່ໄດ້ ມອບເຄື່ອງນຸ່ງຈຳນວນ 42 ຖົງໃຫ້ປະຊາຊົນບ້ານຖ້ຳສ່ອຍ, 20 ຖົງໃຫ້ບ້ານຄັງວຽງ ແລະ ອີກ 34 ຖົງ ມອບໃຫ້ຈຸດສຸມຄັງວຽງ ເພື່ອມອບຕໍ່ໃຫ້ກັບປະຊາຊົນບ້ານອື່ນໆອີກ ແລະ ອົງການຈັດ ຕັ້ງມະຫາຊົນຂອງຫ້ອງວ່າການປົກຄອງແຂວງ ກໍ່ໄດ້ມອບສັງກະສີ 30 ແຜ່ນໃຫ້ຄອບຄົວທຸກຍາກຢູ່ບ້ານຖ້ຳສ່ອຍ ໂອກາດທີ່ເດີນທາງມາຢ້ຽມຢາມຈຸດສຸມຄັງວຽງໃນຄັ້ງນີ້ ຍັງໄດ້ ອວຍພອນຫ້ອງການພັດທະນາຈຸດສຸມຄັງວຽງ ແລະ ກອງປະຕິບັດງານ ສອງຫນຶ່ງສູນ 210 ຄັງວຽງ ເນື່ອງໃນໂອກາດຄົບຮອບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 69 ປີ ທີ່ ໝູນວຽນມາຄົບຮອບອີກວາລະໜຶ່ງ
Editor: ລາວອັບເດດ