ໃນທ້າຍອາທິດຜ່ານມານີ້; ໜ່ວຍພັກຫ້ອງການຈັດຕັ້ງ, ກວດກາພັກ-ລັດ ແລະ ຫ້ອງການໂຄສະນາອົບຮົມ ປະຈໍາເມືອງອາດສະພັງທອງ, ແຂວງສະຫວັນນະເຂດ ສໍາເລັດກອງປະຊຸມໃຫ່ຍຄັ້ງທີ I ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ລໍາທອງ ຂອບສີລາວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນການນໍາທີ່ກ່ຽວຂ້ອງອ້ອມຂ້າງເມືອງ ຕະຫຼອດຮອດບັນດາສະມາຊິກພັກ ພາຍໃນ 3 ໜ່ວຍພັກ ແລະ ແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ກອງປະຊຸມໃຫ່ຍຂອງ ໜ່ວຍພັກຫ້ອງການຈັດຕັ້ງ, ກວດກາພັກ-ລັດ ແລະ ຫ້ອງການໂຄສະນາ ໃນຄັ້ງນີ້: ຜູ້ເຂົ້າຮ່ວມຮັບຟັງບົດສະຫຼຸບການຕີລາຄາການເຄື່ອນໄຫວນໍາພາຂອງ 3 ໜ່ວຍພັກໃນໄລຍະຊຸມປີຜ່ານມາ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າເຫັນວ່າໄດ້ເກັບກໍາສະຖິຕິພັກໃນທົ່ວເມືອງ ອາດສະພັງທອງ ມີໜ່ວຍພັກທັງໝົດ 85 ໜ່ວຍພັກ ແລະ ມີສະມາຊິກພັກທັງໝົດ 1,111 ທ່ານ, ຍິງ 313 ທ່ານ, ມີສະມາຊິກພັກສໍາຮອງ 106 ທ່ານ, ຍິງ 31 ທ່ານ, ມີສະມາຊິກພັກທີ່ຈັດຢູ່ໃນປະເພດແຂງຮອບດ້ານ 137 ທ່ານ, ຍິງ 214 ທ່ານ, ຍິງ 28 ທ່ານ ເທົ່າກັບ 12,33 %, ສະມາຊິກທີ່ຈັດຢູ່ໃນປະເພດແຂງ 619 ທ່ານ, ຍິງ 214 ທ່ານ ເທົ່າກັບ 62,19%, ສະມາຊິກທີ່ຈັດຢູ່ໃນປະເພດກາງ 179 ທ່ານ, ຍິງ 47 ທ່ານ ເທົ່າກັບ 16,90%, ສະມາຊິກທີ່ບໍ່ໄດ້ຈັດປະເພດ 104 ທ່ານ, ຍິງ 24 ທ່ານ (ບໍານານ) ເທົ່າກັບ 9,27% ແລະ ສາມາດສ້າງໄດ້ໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານທັງເກົ່າ ແລະ ໃໝ່ 32 ໜ່ວຍພັກ ກວມເອົາ 38.09%, ໜ່ວຍພັກແຂງ 52 ໜ່ວຍ ເທົ່າ 61,90% ຂອງໜ່ວຍພັກທັງໝົດ.
ຈາກນັ້ນ; ໃນພິທີ ກໍ່ໄດ້ມີການຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງອາດສະພັງທອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຫ້ອງການຈັດຕັ້ງເມືອງ, ກວດກາພັກ-ລັດ ແລະ ຫ້ອງການໂຄສະນາອົບຮົມເມືອງ. ດັ່ງນັ້ນ ຄະນະປະຈໍາພັກເມືອງຈຶ່ງຕົກລົງເຫັນດີບົ່ງຕົວແຕ່ງຕັ້ງທ່ານ ອຸ່ນຫຼ້າ ພູວົງລິນທາ ເປັນເລຂາໜ່ວຍພັກ ຫ້ອງການຈັດຕັ້ງ,ທ່ານ ນາງ ແວວຈິນດາ ອິນທະໂນລາດ ເປັນຮອງເລຂາໜ່ວຍພັກພ້ອມທັງເປັນຜູ້ກວດກາໜ່ວຍພັກຫ້ອງການຈັດຕັ້ງ, ທ່ານ ທອງຊິນ ລາດຊະກຸມມານ ເປັນເລຂາໜ່ວຍພັກ ຫ້ອງການກວດກາພັກ-ລັດ, ທ່ານ ພາສີ ຈັນທະວີສຸກ ເປັນຮອງເລຂາໜ່ວຍພັກພ້ອມທັງເປັນຜູ້ກວດກາໜ່ວຍພັກຫ້ອງການ ກວດກາພັກ-ລັດ ແລະ ທ່ານ ນາງ ໄກສອນ ເກດຕະວົງ ເປັນລາຂາໜ່ວຍພັກຫ້ອງການໂຄສະນາອົບ ປະຈໍາເມືອງ ອາດສະພັງທອງ.
Editor: ດາວໄຊ ສີວິໄລ