ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງທ່າແຕງ ຄົບຮອບ 25 ປີ. ໄດ້ຈັດຂື້ນໃນວັນທີ 8 ມັງກອນ 2018 ນີ້, ຢູ່ທີ່ເດີ່ນກິລາຂອງເມືອງທ່າແຕງ, ແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງເຊກອງ, ມີ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ທ່າແຕງ, ທ່ານ ຫງວຽນ ພິແທ໊ງ ຮອງເລຂາພັກເມືອງຟູນິງ, ແຂວງກວາງນາມ ສສ ຫວຽດນາມ, ມີຄະນະປະຈໍາພັກແຂວງ,ຄະນະປະຈໍາພັກເມືອງ, ກໍາມະການພັກແຂວງ-ເມືອງ, ອະດີດການນໍາແຕ່ລະສະໄໝ ແຂກຖືກເຊີນຈາກບັນດາ 3 ເມືອງພາຍໃນແຂວງ, ເມືອງອ້ອມຂ້າງຕ່າງແຂວງ, ພ້ອມດ້ວຍພະນັກງານ-ລັດຖະກອນ,ທະຫານ-ຕຳຫຼວດ,ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງທ່າແຕງ ໄດ້ເລົ່າຄືນມູນເຊື້ອ ແລະ ຜົນງານຕະຫຼອດ 25 ປີຜ່ານມາ ວ່າ: ເມືອງທ່າແຕງ ເປັນດິນແດນອົງແກ້ວ ທີ່ອົງອາດກ້າຫານ ໂດຍຜ່ານຂະບວນການປະຕິວັດອັນດຸເດີດຂ້ຽວຂາດ ບົນເສັ້ນທາງນໍ້າໃຈຍອມເສຍສະຫຼະທຸກສິ່ງທຸກຢ່າງຂອງປະຊາຊົນບັນດາເຜົ່າຊາວເມືອງທ່າແຕງ ແລະ ປະຊາຊົນຫວຽດນາມອ້າຍນ້ອງຮ່ວມຂຸ່ມຕະຄອງດຽວກັນປົດປ່ອຍທ່າແຕງ ໂດຍເລີ່ມແຕ່ປີ 1967 ຈົນເຖິງນາທີສຸດທ້າຍໃນວັນທີ 25 ເມສາ 1969 ຈິ່ງສາມາດປົດປ່ອຍທ່າແຕງຢ່າງສົມບູນ,ພາຍຫຼັງສໍາເລັດການປົດປ່ອຍທ່າແຕງອອກຈາກກົດຂີ່ຂູດຮີດຂອງພວກຈັກກະພັດໃນປີ 1969,ທ່າແຕງໄລຍະນັ້ນ ແມ່ນຂື້ນກັບແຂວງສາລະວັນ,ຕໍ່ມາໄດ້ແຍກແຂວງສາລະວັນເປັນ 2 ແຂວງຄື: ສ້າງຕັ້ງແຂວງເຊກອງຂື້ນວັນທີ 14 ເມສາ 1984,ເວລານັ້ນທ່າແຕງເປັນພຽງແຕ່ກິ່ງເມືອງຂອງເມືອງລະມາມແຂວງເຊກອງ,ຈົນເຖິງວັນທີ 8 ມັງກອນ 1993 ນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກດໍາລັດສ້າງຕັ້ງເມືອງທ່າແຕງຂື້ນໃນວັນທີ 8 ມັງກອນ 1993 ຢ່າງເປັນທາງການ,ໃນເວລານັ້ນມີ 58 ບ້ານ, ມີພົນລະເມືອງ 12.746 ຄົນ, ມີຜູ້ນໍາໄລຍະນັ້ນ 5 ສະຫາຍ,ຈາກນັ້ນໄດ້ເປີດກອງປະຊຸມໃຫ່ຍຂອງອົງຄະນະພັກເມືອງມີ 5 ສະໄໝ ຄື: ສະໄໝທີ 1 ມີຄະນະບໍລິຫານງານພັກເມືອງມີ 13 ສະຫາຍ, ສະໄໝທີ 2 ມີ 17 ສະຫາຍ,ສະໄໝທີ 3 ມີ 17 ສະຫາຍ,ຍິງ 1 ສະຫາຍ,ສະໄໝທີ 4 ມີ21 ສະຫາຍ,ຍິງ 2 ສະຫາຍ,ສະໄໝທີ 5 ມີ 25 ສະຫາຍ,ຍິງ 3 ສະຫາຍ,ຕະຫຼອດໄລຍະ 25 ປີຜ່ານມາ ຄະນະບໍລິຫານງານພັກເມືອງທ່າແຕງ ໄດ້ປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການ ແຕ່ພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫ່ຍແຕ່ລະຄັ້ງຂອງສູນກາງພັກ, ກໍ່ຄືມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງເຊກອງ ແລະ ຂອງເມືອງວາງອອກແຕ່ລະສະໄໝ ຈິ່ງສາມາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫັນປ່ຽນແຕ່ລະບາດກ້າວຢ່າງຕັ້ງໜ້າ, ມາຮອດປະຈຸບັນເມືອງທ່າແຕງມີ 47 ບ້ານ, ມີ 6.649 ຫຼັງຄາເຮືອນ, ມີ 7.990 ຄອບຄົວ, ມີພົນລະເມືອງທັງໝົດ 40.900 ຄົນ,ຍິງ 20.725 ຄົນ, ທຽບໃສ່ປີ 1993 ພົນລະເມືອງເພີ່ມຂື້ນ 27.897 ຄົນ,ເທົ່າກັບ 68 ກວ່າສ່ວນຮ້ອຍ, ມີ 8 ຊົນເຜົ່າ ຄື: ເຜົ່າລາວລຸ່ມ, ເຜົ່າຕະໂອ້ຍ, ເຜົ່າອາຣັກ, ເຜົ່າກະຕູ, ເຜົ່າຕຣຽງ, ເຜົ່າກະລຽງ, ເຜົ່າຢຣຸ ແລະ ຊົນເຜົ່າສວຍ.
ຈາກເງື່ອນໄຂທີ່ອໍານວຍຄວາມສະດວກ ຕິດພັນກັບແຕ່ລະຂົງເຂດວຽກງານພາຍໃນເມືອງ ຈິ່ງສາມາດເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ 10 ສ່ວນຮ້ອຍ/ປີ, ລວມຍອດຜະລິດຕະພັນ GDP ປີ 2017 ໄດ້ 696 ຕື້ 181 ລ້ານກ່ວາກີບ, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 17 ລ້ານກວ່າກີບ,ເທົ່າກັບ 2 ພັນກວ່າ ໂດລາສະຫະລັດ/ຄົນ/ປີ, ທຽບໃສ່ປີ 1993 ເພີ່ມຂື້ນ 1.880 ໂດລາສະຫະລັດ, ທຽບໃສ່ມະຕິ 10 ຂອງພັກປະຕິບັດໄດ້ 81 ສ່ວນຮ້ອຍ ຂອງແຜ່ນການຂອງພັກວາງອອກ ແມ່ນ 2.520 ໂດລາສະຫະລັດ/ຄົນ/ປີ, ໃນນີ້ ຂະແໜ່ງກະສິກໍາກວມເອົາ 43% ຂອງ GDP,ຂະແໜ່ງອຸດສາຫະກໍາ ແລະ ການຄ້າກວມເອົາ 20,49% ຂອງ GDP, ແລະຂະແໜ່ງການບໍລິການກວມເອົາ 30,82% ຂອງ GDP.
ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເມືອງທ່າແຕງຄົບຮອບ 25 ປີ ຍັງໄດ້ຮັບເງິນຊ່ວຍເຫຼືອຈາກການນໍາຂັ້ນສູງເມືອງຟູນິງແຂວງກວາງນາມ ສສ ຫວຽດນາມຈໍານວນ 50 ລ້ານດົ້ງ, ພ້ອມປະດັບຫຼຽນໄຊແຮງງານ, ໃບຍ້ອງຍໍຂັ້ນຕ່າງໆໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານ,ຄຸນງາມຄວາມດີປະກອບສ່ວນເຂົ້າໃນການສ້າງສາພັດທະນາເມືອງທ່າແຕງ ຕະຫຼອດໄລຍະຜ່ານມາ ໃນນີ້ ມອບຫຼຽນໄຊແຮງງານຊັ້ນ 1 ມີຈໍານວນ 27 ທ່ານ ແລະ 1 ກົມກອງ, ຊັ້ນ 2 ມີ ຈໍານວນ 29 ທ່ານ, ຊັ້ນ3 ມີຈໍານວນ 31 ທ່ານ, ຫຼຽນກາແຮງງານ 15 ທ່ານ, ໃບຍ້ອງຍໍລັດຖະບານ ມີ 41 ທ່ານ ແລະ 56 ກົມກອງ. ເປັນກຽດມອບໂດຍແມ່ນ ການນຳຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂື້ນຮັບຕາມລຳດັບ
ແຫລ່ງຂ່າວ ຖວທ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ