ໃນວັນທີ 5 ມັງກອນ 2018 ທີ່ສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຄະນະຜູ້ແທນຄົນເຊື້ອຊາດລາວຈາກປະເທດ ການນາດາ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກິລາບານເຕະມິດຕະພາບ ຢູ່ ສປປ ລາວ ຫຼາຍກ່ວາ 50 ທ່ານ, ເຂົ້າຢ້ຽມຂໍ່ານັບ ຄະນະນໍາສູນກາງແນວລາວສ້າງຊາດ ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ປະລີນຍາເອກ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ. ແລະ ໃນໂອກາດດັ່ງກ່າວ ຕ່າງຫນ້າຄະນະຄົນເຊື້ອຊາດລາວຈາກ ປະເທດ ການາດາ ຂື້ນກ່າວລາຍງານ ແລະ ສະແດງຄວາມຮູ້ສຶກ ໃນໂອກາດທີ່ໄດ້ກັບມາຢ້ຽມຢາມ ສປປລາວ ກໍຄື ບ້ານເກີດເມືອງນອນຂອງຕົນ ອີກຄັ້ງຫນຶ່ງ, ພ້ອມທັງຮູ້ສຶກດີໃນ ທີ່ໄດ້ຮັບການຕ້ອນຮັບເປັນຢ່າງດີຈາກ ລັດຖະບານລາວ ເວົ້າລວມ ເວົ້າສະເພາະ ກໍຄື ຄະນະນໍາສູນກາງແນວລາວສ້າງຊາດທີ່ໃຫ້ການຕ້ອນຮັບໃນຄັ້ງນີ້.
ທ່ານ ປະລີຍາເອກ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍີດີຕອນຮັບ ແລະ ເຫັນເຖິງຄວມສໍາຄັນຂອງຄົນເຊື້ອຊາດລາວ ທີ່ຢູ່ຕ່າງປະເທດຊຶ່ງບໍ່ສາມາດຕັດແຍກອອກຈາກວົງຄະນະຍາດແຫ່ງຊາດ, ພີ່ນ້ອງເຫຼົ່ນີ້ເປັນແຫລ່ງກໍາລັງແຮງອັນໜຶ່ງ ໃນການສ້າງສາພັດທະນາປະເທດຊາດ, ເປັນປັດໃຈສໍາຄັນ ໃນການເປີດກ້ວາງສາຍພົວພັນມິດຕະພາບ ແລະ ການຮ່ວມື ລະຫວ່າງ ສປປລາວ ກັບບັນດາປະເທດທີ່ເຂົາເຈົ້າອາໃສຢູ່ ແລະ ກັບບັນດາອົງການຈັດຕັ້ງສາກົນ, ນອກນັ້ນ ທ່ານປະທານສູນກາງແນວລາວ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການຢ້ຽມຢາມ ແລະ ແຂ່ງຂັນກິລາມິດຕະພາບຂອງພີ່ນ້ອງຊາວລາວ ຈາກປະເທດ ການາດາ ໃນຄັ້ງນີ້ ແລະ ຍາມໃດບັນດາທ່ານກໍຍັງຄິດຮອດຄິດເຖິງ ແລະ ກັບມາຢ້ຽມຢາມບ້ານເກີດເມືອງນອນ ພ້ອມທັງມີຈິດໃຈຮັກເຊື້ອ ແພງຊາດ, ຮັກໃນຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ ເຊິງພວກທ່ານໄດ້ອານຸລັກຮັກສາ ແລະ ເຜີຍແຜ່ໃຫ້ຊາດຕ່າງປະເທດຮູ້ເຫັນ ເອກກະລັກ ວັດທະນະທໍາຂອງຊາດລາວ ພ້ອມທັງພະຍາຍາມຖ່າຍທອດໄປສູ່ຮຸ້ນໜຸ່ມຕໍ່ປ.
Editor: ກຳປານາດ ລັດຖະເຮົ້າ