ໃນວັນທີ 3 ມັງກອນ 2018 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສະຫລຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈໍາປີ 2017 ຂຶ້ນ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຈັດຕັ້ງໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍມີ ທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ, ຮອງກົມ, ພະນັກງານ, ສະມາຊິກພັກ ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10 ໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປີ 2018, ໂດຍມີບາງຕອນສຳຄັນໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະຈັດຕັ້ງສູນກາງພັກ ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກງານສຳເລັດ ແລະ ໄດ້ສະເໜີຂັ້ນເທິງຮັບຮອງ-ປະກາດໃຊ້ ບັນດາຄຳສັງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານພະນັກງານນຳພາ-ຄຸ້ມຄອງ ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.
ທ່ານ ຍັງໃຫ້ຮູ້ຕື່ມວ່າ: ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຕົ້ນ ໄດ້ຈັດຕັ້ງເຊື່ອມຊືມມະຕິຕ່າງໆ ຂອງສູນກາງພັກ ສະໄໝທີ 10, ມະຕິວ່າດ້ວຍເດັດດ່ຽວ ຕ້ານພະຍາດອາດຍາສິດ ແລະ ຕ້ານການສໍ້ລາດບັງຫລວງ ແລະ ເອກະສານເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເຮັດໃຫ້ສະມາຊິກພັກ-ພະນັກງານ ມີທ່າປ່ຽນແປງ ດີຂຶ້ນກວ່າເກົ່າ, ຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະ ການນຳພາ-ຊີ້ນຳຂອງພັກ, ການຄຸ້ມຄອງ ຂອງລັດຖະບານສູງຂຶ້ນກວ່າເກົ່າ ແລະ ອື່ນໆ.
Editor: ຂ່າວສານປະເທດລາວ