ໃນຕອນເຊົ້າຂອງວັນທີ 3 ມັງກອນ 2017 ຜ່ານມາ ທີ່ສະໂມສອນຂອງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ປ່າໄມ້ ເປີດກວ້າງ ຄັ້ງທີ 5 ສະໄຫມທີ 5 ໂດຍການເຂົ້າຮ່ວມຂອງທ່ານ ປອ ລຽນ ທິແກ້ວ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງໄດ້ມີຄໍາເຫັນກ່າວໄຂກອງປະຊຸມ ວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສໍາຫລວດກວດກາ ຕີລາຄາຄືນການຈັດຕັງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຄັ້ງທີ 5 ຂອງກະຊວງໃນຫນຶ່ງປີຜ່ານມາ, ຄົ້ນຄວ້າທິດທາງຫນ້າທີ່ໃນການຈັດຕັງປະຕິບັດຄາດຫມາຍຂອງກະຊວງ ແລະ ຂະແຫນງການທີ່ພັກມອບຫມາຍໃຫ້, ຈະໄດ້ສໍາຫລວດກວດກາການນໍາພາຂອງພັກ ໃນການຈັດຕັງປະຕິບັດຫນ້າທີ່ການເມືອງຂອງພັກໃນໄລຍະຫນຶ່ງປີຜ່ານມາ, ດໍາເນີນການສໍາຫລວດກວດກາລວມຫມູ່ ຂອງຄະນະບໍລິຫານງານພັກ ແລະ ບຸກຄົນໃນພັກ ໃນການຈັດຕັງປະຕິບັດຫນ້າທີ່ການເມືອງທີ່ພັກມອບຫມາຍໃຫ້.
ຄາດຫມາຍຂອງກອງປະຊຸມຄັ້ງນີ້ ເພື່ອຍົກສູງຄວາມຮັບຜິດຊອບຕີລາຄາຢ່າງພາວະວິໄສ ຜົນງານທີ່ໄດ້ຮັບ ລວມທັງຊອກໃຫ້ເຫັນ ແລະ ຕຳນິວິຈານສິ່ງທີ່ເປັນຈຸດອ່ອນຂໍ້ຄົງຄ້າງຢ່າງເລິກເຊິ່ງ ເພື່ອເຮັດໃຫ້ການຊີ້ນຳ-ນຳພາວຽກງານຂອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ດີຂື້ນກວ່າເກົ່າ.
ກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງກະສິກຳ ແລະ ປ່າໄມ້ ເປີດກວ້າງ ຄັ້ງທີ 5 ສະໄຫມທີ 5 ຈະດຳເນີນເປັນເວລາ 3 ວັນ ເພື່ອພ້ອມກັນຄົ້ນຄ້ວາປະກອບຄຳຄິດຄຳເຫັນ ເຂົ້າໃສ່ວຽກງານຢ່າງຮອບດ້ານ ຄື: ວຽກງານການເມືອງແນວຄິດ, ວຽກງານຈັດຕັ້ງ, ວຽກງານພະນັກງານ, ວຽກງານນະໂຍບາຍ ແລະ ວຽກງານປັບປຸງບູລະນະກົງຈັກການຈັດຕັ້ງທົ່ວປະເທດ, ວຽກງານກວດພັກ-ກວດກາລັດ, ວຽກງານການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ ແລະ ການຜັນຂະຫຍາຍຈັດຕັ້ງປະຕິບັດກົດຫມາຍ ຄຳສັງຂອງຂະແຫນງກະສິກຳ ແລະ ປ່າໄມ້, ຄໍາສັ່ງແຈ້ງການຂອງຂັ້ນເທິງ, ຮັບຟັງຜົນການກວດສອບຕາມການຊີ້ແນະຂອງສະພາແຫ່ງຊາດ ແລະ ວຽກອື່ນໆ.
Editor: ຕະວັນ ແສງສະຫວັນ