ວັນທີ 3 ມັງກອນ 2018 ນີ້ ໜ່ວຍພັກຮາກຖານ ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ ຢູ່ທີ່ຫ້ອງປະຊຸມພະແນກ ດັ່ງກ່າວ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ທອງຄໍາ ມະນີວົງ ກໍາມະການພັກແຂວງ ເລຂາໜ່ວຍພັກຮາກຖານພະແນກ ແຜນການ ແລະ ການລົງທືນ ເຊກອງ, ມີຕາງໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຈັດຕັ້ງແຂວງ, ຄະນະກວດກາພັກແຂວງ ແລະສະມາຊິກພັກສໍາຮອງ-ສົມບູນ ທົ່ວພະແນກ ຜທ ເຂົ້າຮ່ວມ.
ສະຫາຍ ກາວິນ ແກ້ວຈັນທະວົງ ຮອງຫົວໜ້າຂະແໜງກໍ່ສ້າງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າຜູ້ທີ່ມີຜົນງານດີເດັ່ນ, ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ, ມີທັດສະນະຫຼັກໝັ້ນທາງດ້ານການເມືອງແນວຄິດ, ມີຄວາມສາມັກຄີ, ຝຶກຝົນຫຼໍ່ຫຼອມຕົນເອງຈົນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ ກໍຄືຄະນະພັກຈົນໄດ້ຮັບການຕົກລົງ ເຫັນດີໃຫ້ເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 03 ສະຫາຍ, ຍິງ 01 ສະຫາຍ ແລະມະຕິຕົກລົງວ່າດ້ວຍ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈໍານວນ 08 ສະຫາຍ, ຍິງ 04 ສະຫາຍ ທີ່ສັງກັດຢູ່ໜ່ວຍພັກຮາກຖານ ພະແນກແຜນການ ແລະ ການລົງທືນ ແຂວງ ເຊກອງ ເຊິ່ງພວກກ່ຽວໄດ້ຜ່ານສະໄໝສໍາຮອງຄົບຕາມກໍານົດເວລາ ແລະມາດຖານເງື່ອນໄຂຂອງພັກ ປະຊາຊົນ ປະຕິວັດລາວ ວາງອອກ ຢ່າງເຂັ້ມງວດ, ມີຄວາມສາມະຄີພາຍໃນ-ພາຍນອກຢ່າງກວ້າງຂວາງ, ມີນໍ້າໃຈບໍສິສຸດສັດຊື່, ມີຄຸນສົບັດສິນທໍາປະຕິວັດ, ມີຫົວຄິດປະດິດສ້າງ, ມີຄວາມຈູບຈ້າວຫ້າວຫັນ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ, ເຮັດສຳເລັດໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ.
ໂອກາດນີ້, ສະຫາຍ ທອງຄໍາ ມະນີວົງ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນການນຳພາຂອງໜ່ວຍພັກ ແລະ ສະມາຊິກພັກສໍາຮອງໃໝ່ ທີ່ໄດ້ບຸກບືນຝຶກຝົນຫຼໍຫຼອມໃນການປະຕິບັດໜ້າທີ່ ທີ່ຕົນຮັບຜິດຊອບ ຕໍ່ການຈັດຕັ້ງມອບໝາຍໃຫ້ ແລະ ສ້າງຕົນເອງຈົນໄດ້ກ້າວເຂົ້າເປັນສະມາຊິກພັກສໍາຮອງ. ພ້ອມນີ້, ກໍໄດ້ໂອ້ລົມຕໍ່ສະມາຊິກພັກສຳຮອງໃໝ່ ກ່ຽວກັບບາດລ້ຽວອັນສຳຄັນ ທີ່ຈະຕ້ອງໄດ້ຜ່ານຜ່າໃນການຝຶກຝົນຫຼໍຫຼອມຕົນເອງ ເພື່ອກ້າວເຂົ້າເປັນສະມາຊິກພັກສົມບູນໃນຕໍ່ໜ້າ.
Editor: ກຳປານາດ ລັດຖະເຮົ້າ