ເມື່ອບໍ່ດົນນີ້ ຢູ່ທີ່ສະໂມສອນຂອງເມືອງອາດສະພັງທອງ ໜ່ວຍພັກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງອາດສະພັງທອງ, ແຂວງສະຫວັນນະເຂດ ໄດ້ສໍາເລັດການປ່ອນບັດການເລືອກຕັ້ງເອົາເລຂາໜ່ວຍພັກຂອງຕົນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສີທອງ ເພັດສະພັງທອງ ຄະນະປະຈໍາພັກເມືອງ ປະທານກວດກາພັກລັດເມືອງອາດສະພັງທອງ, ບັນດາສະມາຊິກພັກພາຍໃນໜ່ວຍພັກຫ້ອງການຊັບພະຍາ
ກອນທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ.
ໃນການປ່ອນບັດເລືອກຕັ້ງເອົາເລຂາໜ່ວຍພັກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຄັ້ງນີ້ ບັນດາສະມາຊິກພັກພາຍໃນໜ່ວຍພັກກໍ່ໄດ້ປ່ອນບັດເລືອກຕັ້ງ ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງຢ່າງເຕັມສ່ວນ. ຜົນປະກົດວ່າ ທ່ານ ສົມພູ ພິມພາວົງ ໄດ້ເປັນເລຂາໜ່ວຍພັກຊຸດໃໝ່. ໂດຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາສະມາຊິກພັກພາຍໃນໜ່ວຍຂອງຕົນ. ໃນໂອກາດດ່ຽວກັນນີ້ ໃນກອງປະຊຸມໄດ້ລົງປະຊາມະຕິເລືອກເອົາທ່ານ ພູຫຼວງ ໄຊຍະພູມີ ເປັນຮອງເລຂາໜ່ວຍພັກ ແລະ ເລືອກເອົາ ທ່ານ ສີສົມບູນ ໄກຍະສຸກ ເປັນປະທານກວດກາໜ່ວຍພັກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ໃນຕອນທ້າຍ ທ່ານ ສີທອງ ເພັດສະພັງທອງ ກໍ່ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້; ຢ່າງໜັກແໜ້ນໂດຍທ່ານໄດ້ເນັ້ນໃສ່ກ່ຽວກັບບັນຫາໜ້າທີ່ວິຊາສະເພາະ ກໍ່ຄື ທາງດ້ານວຽກງານການເມືອງແນວຄິດພາຍໃນໜ່ວຍພັກດັ່ງກ່າວໃຫ້ພ້ອມກັນຈັດຕັ້ງປະຕິບັດທຸກມະຕິຄໍາສັ່ງຂອງສູນກາງພັກວາງອອກໃຫ້ປະກົດຜົນເປັນຈິງ.
Editor: ດາວໄຊ ສີວິໄລ