ເພື່ອປະຕິບັດຕາມກົດໝາຍວ່າດ້ວຍ: ລັດຖະກອນເລກທີ 74/ ສພຊ, ກົດໝາຍວ່າດ້ວຍປະກັນສັງຄົມ ເລກທີ 34/ສພຊ ແລະ ຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍ: ການອະນຸມັດອອກພັກເພື່ອຮັບເບ້ຍບໍານານ ຂອງລັດຖະກອນ.
ໃນເມື່ອບໍ່ດົນນີ້ ຫ້ອງການສຶກສາທິການ ແລະ ກິລາເມືອງ ລະຄອນເພັງ ໄດ້ຈັດພິທີ ປະກາດມອບ-ຮັບການອອກພັກຜ່ອນ ເພື່ອຮັບເບ້ຍບໍານານ ແລະ ມອບເງິນອຸດໜູນ ກ່ອນອອກຮັບເບ້ຍບໍານານ ໃຫ້ແກ່ລັດຖະກອນ-ຄູ ແລະ ລັດຖະກອນສັງກັດຫ້ອງການສຶກສາທິການ ແລະ ກິລາເມືອງ ຈໍານວນ 7 ທ່ານ, ຍິງ 1 ທ່ານ.
ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ສະໂມສອນຂອງໂຮງຮຽນ ມັດທະຍົມຕອນປາຍ ລະຄອນສີ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ແກ້ວຜາ ສີລາດວງໃຈ, ຮັກສາການ ເລຂາພັກ-ເຈົ້າເມືອງໆ ລະຄອນເພັງ, ທ່ານ ຄໍາເພັດ ແສງໃສສຸກ ຫົວໜ້າຫ້ອງສຶກທິການ ແລະ ກິລາເມືອງ, ມີຜູ້ບໍລິຫານໂຮງຮຽນ-ນາຍບ້ານກ່ຽວຂ້ອງ, ຜູ້ທີ່ຈະອອກຮັບເບ້ຍບໍານານ, ວິຊາການກ່ຽວຂ້ອງ ແລະ ແຂກຮັບເຊີນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມເປັນສັກຂີພະຍານ. ໃນພິທີຄັ້ງນີ້ ນອກຈາກ ປະກາດມອບ-ຮັບການອອກພັກຜ່ອນຮັບເບ້ຍບໍານານ ແລະ ມອບເງິນອຸດໜູນກ່ອນອອກຮັບເບ້ຍບໍານານແລ້ວ, ຍັງໄດ້ມີການປະກາດ ແລະ ມອບໃບຍ້ອງຍໍຂອງກະຊວງສຶກສາທິການ ແລະ ກິລາ,ໃບຍ້ອງຍໍຂອງພະແນກສຶກສາທິການ ແລະ ກິລາແຂວງ ແລະ ໃບຍ້ອງຍໍຂອງເມືອງ ໃຫ້ແກ່ພະນັກງານ ທີ່ຈະອອກພັກຜ່ອນຮັບເບ້ຍບໍານານ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນໃນ ພາລະກິດສ້າງສາ-ພັດທະນາປະເທດຊາດ ກໍຄືການຮັບໃຊ້ຊາດຮັບໃຊ້ປະຊາຊົນຢ່າງສຸດກົກ-ສຸດປາຍ. ໂດຍເປັນກຽດມອບໃບຍ້ອງຍໍຂັ້ນ ກະຊວງໂດຍທ່ານ ແກ້ວຜາ ສີລາດວງໃຈ ຮັກສາການເລຂາພັກ-ເຈົ້າເມືອງໆ ລະຄອນເພັງ,ມອບໃບຍ້ອງຍໍຂັ້ນແຂວງໂດຍທ່ານ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາສເມືອງ ແລະ ມອບໃບຍ້ອງຍໍ້ຂັ້ນເມືອງ ໂດຍທ່ານຮອງຫົວໜ້າຫ້ອງສຶກສາທິການ ແລະ ກິລາເມືອງ.
Editor: ດາວໄຊ ສີວິໄລ