ໃນເມື່ອບໍ່ດົນນີ້ ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຸມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ 10 ໃຫ້ພະນັກງານທົ່ວສຳນັກສູນກາງສະຫະພັນແມ່ຍິງລາວ ໂດຍການເຜີຍແຜ່ຂອງທ່ານ ປອ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຊິ່ງການເຜີຍແຜ່ຄັ້ງນີ້ ເປັນຊຸດທີ 2. ຊຸດທີ 1 ແມ່ນສໍາລັບຄະນະໜ່ວຍພັກ ຄະນະກົມ ແລະ ຊຸດທີ 2 ເປົ້າໝາຍເຂົ້າຮ່ວມແມ່ນສະມະຊິກພັກ, ພະນັກງານທີ່ຂຶ້ນກັບສູນກາງສະຫະພັນແມ່ຍິງລາວ.
ທ່ານ ປະທານ ສູນກາງສະຫະພັນແມ່ຍິງລາວ ໄດ້ສະເໜີມະຕິທີ່ໄດ້ຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ 10 ໂດຍສະເພາະການກໍານົດເອົາທິດທາງລວມ ແລະ ໜ້າທີ່ຈຸດສຸມທຸກພາກສ່ວນ ທີ່ໄດ້ພ້ອມພາກັນຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຜົນສຳເລັດ ເປັນຕົ້ນແມ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານພົວພັນຕ່າງປະເທດ, ວຽກງານເສດຖະກິດ, ວຽກງານສັງຄົມ, ວຽກງານລັດ, ວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ ແລະ ວຽກງານພັກພະນັກງານ.
ໃນໂອກາດດຽວກັນນີ້ ທ່ານ ປະທານ ສູນກາງສະຫະ ພັນແມ່ຍິງລາວ ຍັງໄດ້ເຜີຍແຜ່ກ່ຽວກັບປະຫວັດ ແລະ ມູນເຊື້ອວັນຊາດ ສປປ ລາວ ຄົບຮອບ 42 ປີ ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2017 ເພື່ອເປັນການຫວນຄືນເຖິງປະຫວັດຄວາມເປັນມາ ໃນການຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ຕ້ານກັບບັນດາຈັກກະພັດຜູ້ຮຸກຮານໃນແຕ່ລະໄລຍະ ໂດຍພາຍໄດ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງ ສປປ ລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ໄດ້ກາຍເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ ແມ່ນວັນທີ່ປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແລະ ມີສະຖຽນລະພາບເທົ່າທຽມກັບປະເທດອື່ນ ໃນເວທີປະຊາຄົມໂລກ ພ້ອມດຽວກັນນີ້ ຍັງໄດ້ປາຖະກາຖາ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ, ຄົບຮອບ 97 ປີ ວັນທີ 13 ທັນວາ 1920 - ວັນທີ 2 ທັນວາ 2017 ນໍາອີກດ້ວຍ.
Editor: ດາວໄຊ ສີວິໄລ