ພາຍຫລັງສຳເລັດ ການຢ້ຽມຢາມແຂວງ ດັກລັກ ແລ້ວ, ຄະນະນຳຂັ້ນສູງຂອງແຂວຈຳປາສັກ ນຳໂດຍ ທ່ານ ບົວລີນ ວົງພະຈັນ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ສຶບຕໍ່ເດີນທາງໄປທີ່ ແຂວງເລີ່ມດົ້ງ ທີ່ຕັ້ງຢູ່ທາງພາກໄຕ້ຂອງ ສສ ຫວຽດນາມ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ການນຳຂອງແຂວງເລີ່ມດົ້ງ ທີ່ສຳນັກງານປົກຄອງປະຊາຊົນແຂວງ ເລີ່ມດົ້ງ
ໃນໂອກາດມາຢ້ຽມຢາມແຂວງ ເລີ່ມດົ້ງ ຂອງຄະນະຜູ້ແທນຂັ້ນສູງແຂວງຈຳປາສັກ ໃນຄັ້ງນີ້ ທ່ານ ຟາມເເອັສ ໄດ້ລາຍງານການພັດທະນາແຂວງເລີ່ມດົ້ງ ທີ່ຕັ້ງໜ້າໃນຫລາຍດ້ານ , ແຂວງ ເລີ່ມດົ່ງ ເປັນແຂວງທີ່ຕັ້ງຢູ່ເທີງພູສູງ ທຽບໃສ່ລະດັບໜ້ານໍ້າທະເລ 800-1,500 ແມັດ ເປັນແຂວງ ທີ່ມີພູມອາກາດໜາວເຢັນ ເໜາະແກ່ການຜະລິດກະສິກຳ ແລະ ປະກອບມີ 2 ນະຄອນ ແລະ 10 ເມືອງ, ອັນພິເສດ ແມ່ນການບໍລິການດ້ານການທ່ອງທ່ຽວທາງປະຫວັດສາດ ແລະ ທຳມະຊາດ, ອັນທີ່ໂດດເດັ່ນແມ່ນແຂວງທີ່ປະດັບເອ້ໄປດ້ວຍດອກໄມ້ນາໆຊະນິດ ອັນເປັນທີ່ດຶງດູດ ຈິດໃຈແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າມາທ່ຽວຊົມ ປີໜຶ່ງສະເລ່ຍ 6 ລ້ານຄົນຕໍ່ປີ ໃນນັ້ນມີນັກທ່ອງທ່ຽວພາຍໃນກວມເຖີງ 5 ລ້ານກວ່າຄົນ, ສ່ວນການຜະລິດດ້ານກະສິກຳ ແມ່ນໄດ້ນຳໃຊ້ເທັກໂນໂລຊີ ຂັ້ນສູງມາເພາະພັນ ແລະ ຂະຫຍາຍພຶດຜັກໃຫ້ສາມາດຂາຍໄດ້ທັງພາຍໃນ ແລະ ສົ່ງອອກ ສະເລ່ຍດ້ານລາຍຮັບແມ່ນ ບັນລຸ 8,16%,
ໃນເດືອນພະຈິກ 2017 ທີ່ຜ່ານມາ ພະຍຸໜາຍເລກ 12 ໄດ້ພັດຜ່ານຫລາຍແຂວງ ຂອງ ສສ ຫວຽດນາມ ໂດຍສະເພາະແຂວງ ເລີ່ມດົ່ງ ກໍ່ໄດ້ຖືກຜົນກະທົບຈາກພະຍຸດັ່ງກ່າວ ເຮັດໃຫ້ມີຜົນກະທົບຢ່າງຫລວງຫລາຍຕໍ່ຊັບສີນຂອງປະຊາຊົນ ຈຳນວນ ປະເມີນຄ່າຜົນເສຍຫາຍ ທັງໜົດ 500 ຕື້ດົ່ງ. ເພື່ອສະແດງຄວາມເສຍໃຈຕໍ່ເຫດການທາງໄພພິບັດທາງທຳມະຊາດຄັ້ງນີ້ ການນຳຂອງແຂວງ ຈຳປາສັກ ກໍ່ໄດ້ນຳເອົາຄວາມຢຶ້້ຢາມຖາມຂ່າວ,ຄວາມແບ່ງເບົາສຸກທຸກຂອງປະຊາຊົນແຂວງຈຳປາສັກມາຍັງປະຊາຊົນແຂວງ ເລີ່ມດົ່ງທີ່ໄດ້ຮັບຜົນກະທົບຈາກພະຍຸໜາຍເລກ 12 ແລະ ໄດ້ນຳເອົາເງີນມາປະກອບສ່ວນຊ່ວຍເຫລືອບັນເທົາທຸກຕໍ່ໄພພິບັດຄັ້ງນີ້ ຈຳນວນ 10.000 ໂດລາສະຫາລັດ. ກ່າວມອບ ໂດຍແມ່ນ ທ່ານ ບົວລີນວົງພະຈັນ ຮອງເຈົ້າແຂວງຈຳປາສັກ ກ່າວຮັບ ໂດຍແມ່ນ ທ່ານ ຟາມ ເເອສ ຮອງເຈົ້າແຂວງ ເລີ່ມດົ່ງ ໂດຍຊ່ອງໜ້າການນຳຂອງສອງຝ່າຍ.
ໃນໂອກາດມາຢ້ຽມຢາມ ແຂວງ ເລີ່ມດົ່ງ ຄັ້ງນີ້, ຍັງໄດ້ຮັບກຽດເຊີນເຂົ້າຮ່ວມງານເທດສະການງານບຸນມະໂຫລານ ດອກໄມ້ ປະຈໍາປີ ຄັ້ງທີ 7 ປະຈຳປີ 2017 ທີ່ຈັດຂຶ້ນ ນັບແຕ່ປີ 2004 ເປັນຕົ້ນມາ ເຊິ່ງງານບຸນມະໂຫລານ ດອກໄມ້ ຄັ້ງນີ້ ເປັນອີກງານບຸນໜຶ່ງ ທີ່ສ້າງສີສັນແກ່ແຂວງ ເລີ່ມດົ່ງ ໃນການຊັກຊວນນັກທ່ອງທ່ຽວເຂົ້າມາທ່ຽວຊົມຄວາມງົດງາມຂອງດອກໄມ້ນາໆພັນ ທີ່ກຳລັງເບັ່ງບານຕ້ອນຮັບ ລະດູໜາວທີ່ເຂົ້າມາເຢືອນ ກາຍເປັນອີກລາຍຮັບໜຶ່ງ ຂອງການບໍລິການທີ່ສາມາດເກັບເມັດເງີນເຂົ້າແຂວງ ເປັນຈຳນວນມະຫາສານ, ການສະແດງເທີງເວທີ ອັນງົດງາມນີ້ ໄດ້ມີຫລາກຫລາຍບົດເພັງທີ່ກ່າວເຖີງຄວາມເປັນມາຂອງແຂວງ ຕິດພັນກັບການພັດທະນາອັນໂດດເດັ່ນທີ່ມີ ສະເໜ່ ແລະ ຮອຍຍີ້ມຂອງຊາວຫວຽດນາມ ທີ່ຕ້ອນຮັບແຂກຕ່າງແດນເຂົ້າມາຢ້ຽມຢາມ ພ້ອມທັງເອກອ້າງວິໃສທັດຂອງການພັດທະນາແຂວງ ໃຫ້ຮຸ່ງເຮືອງ ຕາມຈີນຕະນາການ ແລະ ເທັກໂນໂລຊີ ທີ່ກ້າວໜ້າ ໂດຍລວມແລ້ວ ແຂວງເລີ່ມດົ່ງ ເປັນອີກແຂວງໜຶ່ງທີ່ກ້າວເຂົ້າສູ່ການພັດທະນາທີ່ທັນສະ ໄໜ ຖ້າທຽບໃສ່ຫລາຍໆແຂວງຂອງ ສສ ຫວຽດນາມ .
ແຫລ່ງຂ່າວ ຈາກ ພະແນຫ ຖວທ ແຂວງຈໍາປາສັກ (ນັກຂ່າວ: ທະນົງໄຊ)
Editor: ກຳປານາດ ລັດຖະເຮົ້າ