ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ຊຸດທີ 1 ໄຂຂຶ້ນ ໃນທ້າຍເດືອນ ທັນວາ ປີຜ່ານມານີ້, ທີ່ຫ້ອງປະຊຸມສະພາປະຊາຊົນທ້ອງຖິ່ນ ແຂວງອັດຕະປື, ໂດຍການເປັນ ປະທານຂອງ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະທານ ສະພາປະຊາຊົນແຂວງ, ມີ ທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ອະດີດ ການນຳຂອງແຂວງ, ຫົວໜ້າ ພະແນກການອ້ອມຂ້າງ ແຂວງ, ເຈົ້າເມືອງຈາກ 5 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະພາສະໄໝ ສາມັນເທື່ອທີ 4 ຂອງສະພາປະຊາຊົນ ຊຸດທີ 1 ຄະນະສະມາ ຊິກສະພາປະຊາຊົນທ້ອງຖິ່ນ ໄດ້ໃຊ້ສິດປະຊາທິປະໄຕ ພິຈາລະນາຮັບຮອງ ແລະ ປະກາດ ທ່ານ ເລັດ ໄຊຍະພອນ ສະມາຊິກສະພາແຫ່ງຊາດ ປະທານສະພາປະຊາຊົນແຂວງ ຂຶ້ນດໍາ ລົງຕຳແໜ່ງເປັນເຈົ້າແຂວງອັດຕະປື ດ້ວຍຄະແນນສຽງ 100% ຕາມດຳລັດຂອງນາຍົກລັດຖະ ມົນຕີ ພ້ອມນີ້ຍັງໄດ້ຕົກລົງພິຈາລະນາຮັບຮອງແຕ່ງຕັ້ງ, ທ່ານ ເພັດແກ້ວ ເຮືອງປັນຍາ ສະມາຊິກສະພາແຫ່ງຊາດ, ຮອງປະທານສະພາປະຊາຊົນແຂວງ ຂຶ້ນດໍາລົງຕໍາແໜ່ງເປັນປະທານ ສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປືຄົນໃໝ່.
ພ້ອມນີ້ ກອງປະຊຸມຍັງພິຈາລະນາຕົກລົງຮັບຮອງເອົາ ທ່ານນາງ ພອນມະນີ ຂຽນໄຊຍະວົງ ສະມາຊິກສະພາແຫ່ງຊາດ ແລະ ທ່ານ ແກ້ວວົງວຽນ ບຸດສະວົງ ສະມາ ຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພູວົງ ເປັນຮອງປະທານສະພາ ປະຊາຊົນແຂວງ, ຮັບຮອງແຕ່ງ ຕັ້ງທ່ານ ສຸກສຳລານ ໄຊຍະແສງ ສະມາຊິກສະພາປະຊາ ຊົນປະຈຳເຂດເລືອກຕັ້ງເມືອງສະໜາມໄຊ ເປັນຄະນະປະຈຳສະພາປະຊາຊົນ, ປະທານ ຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ, ຮັບຮອງແຕ່ງຕັ້ງ ທ່ານ ກົງໃຈ ສີດາວົງ ສະມາຊິກສະພາປະຊາຊົນເມືອງໄຊເສດຖາ ເປັນ ຄະນະເລຂາທິການສະພາປະຊາຊົນທ້ອງຖິ່ນ. ຈາກນັ້ນ ກອງປະຊຸມ ກໍໄດ້ສືບຕໍ່ເຂົ້າສູ່ວາລະການ ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບປະມານແຫ່ງ ລັດ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ຈາກ ອົງການປົກຄອງແຂວງ, ຈາກບັນດາພະແນກການອ້ອມຂ້າງ, ອົງການທຽບເທົ່າ ແລະ ອົງການຕຸລາການ.
Editor: ກຳປານາດ ລັດຖະເຮົ້າ