ທ້າຍອາທິດຜ່ານມາ 2017 ຢູ່ທີ່ຫ້ອງປະຊຸມໃຫຍ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝ ທີ 10 ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີທ່ານ ຮອງຄະນະປະຈຳພັກ, ຄະນະພັກກະຊວງ, ບັນດາ ຄະນະພັກຮາກຖານ, ຄະນະໜ່ວຍ ພັກຮາກຖານ, ຜູ້ຊ່ວຍລັດຖະມົນຕີ, ທີ່ປຶກສາລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ກອງ, ວິຊາການລັດວິສາຫະກິດ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ວິຊາການລວມທັງຜູ້ຕາງໜ້າສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານຕ່າງໆ ເຊັ່ນ: ຕີລາຄາຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມສູນກາງຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 10, ທິດທາງລວມ ແລະ ໜ້າທີ່ຈຸດສຸມໃນຕໍ່ໜ້າ ຜ່ານການເຊື່ອມຊຶມໃນຄັ້ງນີ້ ເຮັດໃຫ້ພະນັກງານຫຼັກແຫຼ່ງ ພະນັກງານສະມາຊິກພັກຂອງ ກະຊວງ ຍທຂ ໄດ້ຮັບຮູ້, ເຂົ້າໃຈລາຍລະອຽດຂອງບັນດາເອກະສານຕ່າງໆ ແລະ ສະພາບການຂອງສັງຄົມ ໃນປະຈຸບັນເຊິ່ງສາມາດນຳເອົາໄປໝູນໃຊ້ເຂົ້າ ໃນການປະຕິບັດວຽກງານ ຂອງຕົນ, ນອກນັ້ນບັນດາກົມ, ສະຖາບັນ,ກອງວິຊາການຍັງຈະໄດ້ສືບຕໍ່ເຊື່ອມຊຶມເອກະສານດັ່ງກ່າວໃນຂັ້ນຂອງຕົນຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ