ໃນທ້າຍເດືອນ ທັນວາ 2017 ທີ່ຜ່ານມາ, ການນຳຂັ້ນສູງຂອງແຂວງຈຳປາສັກ ນຳໂດຍ ທ່ານ ບົວລີນ ວົງພະຈັນ ຮອງເຈົ້າແຂວງ ຈຳປາສັກ, ພ້ອມດ້ວຍການນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງຈຳປາສັກ ໄດ້ເດີນທາງໄປຢ້ຽມຢາມ ແຂວງດັກລັກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອເປັນການແບ່ງປັນຄວາມຫຍຸ້ງຍາກທີ່ປະຊາຊົນຊາວແຂວງດັກລັກ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໃນເດືອນ ພະຈິກ ປີ2017 ທີ່ຜ່ານມາ .
ພາຍຫລັງທີ່ເດີນທາງໄປຮອດ ແມ່ນໄດ້ຖືກຕ້ອນຮັບ ຈາກ ທ່ານ ຫງຽນ ທັວນ ຮາ ຮອງປະທານຄະນະກຳມະການປົກຄອງແຂວງ ດັກລັກ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ໄດ້ມີການພົບປະຂອງການນຳສອງຝ່າຍ, ທ່ານ ຫງຽນ ທັວນ ຮາ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນທີ່ ການນຳແຂວງ ຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ນຳເອົາຄວາມຫ່ວງໃຍຂອງປະຊາຊົນແຂວງ ຈຳປາສັກ ມາຍັງປະຊາຊົນແຂວງດັກລັກ ທີ່ຖືກຜົນກະທົບໄພພິບັດທາງທຳມະຊາດ ທີ່ສ້າງຄວາມເສຍຫາຍທາງດ້ານຊັບສີນ ແລະ ຊີວິດຂອງປະຊາຊົນແຂວງ ດັກລັກໃນທີ່ຜ່ານມາ ແລະ ໄດ້ລາຍງານ ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບຈາກພະຍຸ ໝາຍເລກ 12 ທີ່ພັດຜ່ານສ້າງຜົນເສຍຫາຍສູງເຖີງ 900 ຕື້ດົ້ງ, ມີຈຳນວນຜູ້ເສຍຊີວິດ 1 ຄົນ, ໄດ້ຮັບບາດເຈັບ 12 ຄົນ, ທີ່ຢູ່ອາໃສເປເພເສຍຫາຍໜົດຫລັງ 174 ຫັລງຄາ, ເຮືອນຖືກເປເພ ແລະ ຫລັງຄາຫລຸດອອກ ຈຳນວນ 2,423 ຫລັງ, ມີຈຳນວນ 303 ຖືກເຄື່ອນຍ້າຍທີ່ຢູ່ອາໃສຢ່າງຮິບດ່ວນ, ສະຖາບັນການສຶກສາ, ສາທາລະນະສຸກ ຈໍານວນ 44 ແຫ່ງ, ສຳນັກງານອົງການ 19 ແຫ່ງ, ເນື້ອທີ່ຜະລິດກະສິກຳ ຖືກເສຍຫາຍ 26.000 ກວ່າ ເຮັກຕາ, ເສັ້ນທາງຖືກເສຍຫາຍ 38 ກິໂລແມັດ, ທໍ່ລະບາຍນໍ້າ 11 ແຫ່ງ ແລະ ຊົນລະປະທານ ເສຍຫາຍ 89 ກິໂລແມັດ. ເຊິ່ງຜົນກະທົບ ຈາກພະຍຸດັ່ງກ່າວ ອໍານາດການປົກຄອງແຂວງດັກລັກ ກໍ່ໄດ້ເອົາໃຈໃສ່ໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ພາຍຫລັງທີ່ພະຍຸ ໝາຍເລກ 12 ພັດຜ່ານໄປ.
ໃນໂອກາດ ທີ່ການນຳຂັ້ນສູງຂອງແຂວງ ຈຳປາສັກ ໄດ້ໄປຢ້ຽມຢາມໃນຄັ້ງນີ້ ກໍ່ໄດ້ນຳເອົາ ເງີນຈຳນວນ 10.000 ໂດລາສະຫາລັດ ຫລື ປະມານ 80 ລ້ານກວ່າກີບ ທີ່ໄດ້ຈາກການຊ່ວຍເຫລືອຂອງປະຊາຊົນແຂວງຈຳປາສັກມອບໃຫ້ການນຳຂອງ ແຂວງເພື່ອນຳໄປໃຫ້ການຊ່ວຍເຫລືອແກ່ ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດ ໃນຄັ້ງນີ້. ໃຫ້ກຽດມອບເງີນໃນຄັ້ງນີ້ແມ່ນ ທ່ານ ບົວລີນ ວົງພະຈັນ ຮອງເຈົ້າແຂວງຈຳປາສັກ ກ່າວຮັບໂດຍ ທ່ານ ຫງຽນ ທັວນ ຮາ ຮອງປະທານຄະນະນກຳມະການປົກຄອງແຂວງ ດັກລັກ ໂດຍຊ່ອງໜ້າການນຳຂອງສອງຝ່າຍ.
ແຫລ່ງຂ່າວ ຈາກ ທີມຂ່າວ ຖວທ ແຂວງຈໍາປາສັກ
Editor: ກຳປານາດ ລັດຖະເຮົ້າ