ໃນທ້າຍອາທິດຜ່ານມາ ທີ່ສະໂມສອນເມືອງຈຳພອນ ແຂວງ ສະຫັວນນະເຂດ ແນວລາວສ້າງຊາດ ເມືອງຈຳພອນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງ ທີ VI ແລະ ສຳເລັດລົງຢ່າງຈົບງາມ ໂດຍການເປັນປະທານຂອງທ່ານ ສົມເພັດ ອິນທາທິລາດ ກຳມະການປະຈຳພັກແຂວງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ປະທານແນວລາວສ້າງຊາດແຂວງ, ທ່ານ ສຸທິ ຜິວສຸລິຍະມາດ ວ່າການເລຂາພັກເມືອງ ເຈົ້າເມືອງໆຈຳພອນ, ມີບັນດາຕ່າງໜ້າແນວລາວສ້າງຊາດເມືອງອອ້ມຂ້າງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສີສະຫັວດ ອິນສີຊຽງໃໝ່ ຄະນະປະຈໍາພັກເມືອງ ໄດ້ຜ່ານບົດລາຍງານການເມືອງຂອງແນວລາສ້າງຊາດ ສະໄໝທີ V ໃນໄລຍະ 5 ປີຜ່ານມາ ກໍ່ສາມາດຍາດມາໄດ້ຜົນງານຫຼາຍດ້ານ ແລະ ອັນທີ່ພົ້ນເດັ່ນແມ່ນ ໄດ້ເປັນກຳລັງແຮງໃນການປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ຕາມຄຳຂັວນ ແຂງຂັນຮັກຊາດ ແລະ ພັດ ທະນາ ໂດຍການຊຸກຍູ້ສົ່ງເສີມການປົກປັກຮັກສາສິລະປະ ຮີດຄອງປະເພນີອັນດີງາມ ແລະ ເປັນອົງການພາຄີ ໃນການປຸກລະດົມເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ເພດ, ໄວ, ແລະ ສາສະໜາ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດວາງອອກເປັນແຕ່ລະໄລຍະ ນອກຈາກນັ້ນກໍ່ຍັງໄດ້ວາງແຜນການໃນຕໍ່ໜ້າ.
ໃນກອງປະຊຸມຄັ້ງນີ້ ກໍ່ຍັງໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດເມືອງສະໄໝທີ VI ຈໍານວນ 33 ທ່ານ, ຍິງ 6 ທ່ານ, ພຣະສົງ 2 ອົງ ເຊິ່ງຜູ້ເຂົ້າຮ່ວມໃນກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບ ແຕ່ງຕັ້ງ ທ່ານ ສີສະຫັວດ ອິນສີຊຽງໃໝ່ ຄະນະປະຈຳພັກເມືອງ ເປັນປະທານແນວລາວສ້າງຊາດ ສະໄໝທີ VI ແລະ ແຕ່ງຕັ້ງທ່ານ ຄໍາພູວັນ ຄໍາວົງສາ ແລະ ທ່ານ ນາງ ຄໍາຫຼ້າ ມາດມະນີວົງ ເປັນຮອງປະທານ ແລະ ຍັງໄດ້ມີການມອບໃບຍ້ອງຍໍຂັ້ນແຂວງ, ຂັ້ນເມືອງໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນນຳອີກດ້ວຍ.
Editor: ດາວໄຊ ສີວິໄລ