ພິທີເຊັນສັນຍາບົດບັນທຶກຊ່ວຍຈໍາ ຖຄງການດັ່ງກ່າວ ໄດ້ຈັດຂື້ນທີ່ສໍານັກງານສູນກາງແນວລາວສ້າງຊາດ ໃນວັນທີ 26 ທັນວາ 2017 ນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ພ້ອມນີ້ຍັງມີບັນດາຄະນະສູນກາງແນວລາວສ້າງຊາດ ແລະ ຄະນະຜູ້ບໍລິຫານ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ, ມີຜູ້ຕາງຫນ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການປົກຄອງແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງສູນກາງແນວລາວສ້າງຊາດ ແມ່ນຫນຶ່ງໃນມາດຕະຖານສ້າງຄອບຄົວ ແລະ ບ້ານພັດທະນາ ຂອງລັດຖະບານ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ຕາມທິດ 3 ສ້າງ, ການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ທັງເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 8 ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງແນວລາວສ້າງຊາດ ລົງສູ່ຮາກຖານຕົວຈິງ. ເປັນການປຸກລະດົມກໍາລັງແຮງທົ່ວປວງຊົນ ແລະ ຮ່ວມຈັດຕັ້ງປະຕິບັດ 2 ຫນ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບຂອງປະຊາຊົນບັນດາເຜົ່າ ເຂົ້າໃນການແກ້ໄຂຄວາມທຸກຍາກ ໂດຍເລີ່ມຈາກຄອບຄົວ ແລະ ຮາກຖານບ້ານ ເຊີ່ງເປັນມູນເຊື້ອ ແລະ ປັດໄຈສໍາຄັນໃນການສ້າງສະຖຽນລະພາບ, ຄວາມສະຫງົບ ແລະ ຄວາມມັ້ງຄັ້ງເຂັ້ມແຂງ ຂອງປະເທດຊາດ.
ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວ ສູນກາງແນວລາວສ້າງຊາດ ແລະ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ຈິ່ງໄດ້ປຶກສາຫາລຶ ແລະ ເປັນເອກະພາບທາງດ້ານຫລັກການ ໃນການຮ່ວມມືກັນ ເພື່ອຈັດຕັ້ງປະຕິບັດ ໂຄງການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ເຊີ່ງມີເນື້ອໃນຄື:
- ສອງຝ່າຍຮ່ວມສ້າງແຜນດໍາເນີນງານ, ບົດສະເໜີໂຄງການ ແລະ ການຈັດຕັ້ງປະຕິບັດໂຄງການ ສ້າງຄອບຄົວ ແລະ ບ້ານສາມັກຄິປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ໃນຂອບເຂດທົ່ວປະເທດ, ໂດຍກໍານົດເອົາຈຸດສຸມໂພນສະອາດ, ເມືອງລ່ອງຊານ, ແຂວງໄຊສົມບູນ ເປັນຈຸດທົດລອງສ້າງເປັນຕົວແບບໃນການຮຽນຮູ້ ແລະ ຖອດຖອນບົດຮຽນ ໄລຍະເວລາ 3 ປີ ( 2018-2020 )
- ສອງຝ່າຍຮ່ວມກັນແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າ, ວິເຄາະ-ວິໄຈ ທາງດ້ານວິຊາການໃນວຽກງານດັ່ງກ່າວ ເພື່ອເຫັນໄດ້ທາງດ້ານທ່າແຮງ ແລະ ສີ່ງທ້າທາຍ ນັບທັງຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ສາມາດຖອດຖອນໄດ້ ຈາກການປະຕິບັດຕົວຈິງ.
- ສອງຝ່າຍຕົກລົງແບ່ງຄວາມຮັບຜິດຊອບ ລະຫວ່າງ ສູນກາງແນວລາວສ້າງຊາດ, ກຸ່ມບໍລິສັດ ພົງສະຫວັນ ແລະ ແນວລາວສ້າງຊາດ ທ້ອງຖີ່ນ.
- ສອງຝ່າຍຈະແຕ່ງຕັ້ງຄະນະຊີ່ນໍາ, ຄະນະຮັບຜິດຊອບ ປະຕິບັດງານຮ່ວມກັນ ເພື່ອວາງໂຄງການ-ກິດຈະກໍາ, ການຈັດຕັ້ງປະຕິບັດ, ການຕິດຕາມ-ກວດກາ ແລະ ການປະເມີນໂຄງການໃນແຕ່ລະໄລຍະ
- ຄະນະຮັບຜິດຊອບທີ່ໄດ້ຮັບການແຕ່ງຕັງ ທັງສອງຝ່າຍ ຕ້ອງໄດ້ສ້າງກົນໄກພົວພັນຮ່ວມມືສອງຝ່າຍ ຫລທ ຫລາຍຝ່າຍໃນໄລຍະສັ້ນ ແລະ ໄລຍະຍາວ.
Editor: ກຳປານາດ ລັດຖະເຮົ້າ