ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ທັນວາ ເຊິ່ງເປັນຄັ້ງສຸດທ້າຍຂອງປີ 2017 ໄດ້ດໍາເນີນມາເປັນເວລາ 2 ວັນ ຄື: ວັນທີ 25-26 ທັນວາ 2017 ຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ແລກປ່ຽນຄໍາເຫັນ ກ່ຽວກັບສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ແລະ ການປ່ຽນແປງດິນຟ້າອາກາດໃນປະຈຸບັນ. ກອງປະຊຸມ ໄດ້ພິຈາລະນານິຕິກໍາ 06 ສະບັບ (ກົດໝາຍ 04 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍທະບຽນຄອບຄົວ ສະບັບປັບປຸງ; ຮ່າງກົດໝາຍວ່າດ້ວຍ ການປ່ຽນແປງຂອງສະພາບດິນຟ້າອາກາດ (ຕໍ່ກັບຮ່າງກົດ ໝາຍວ່າດ້ວຍ ການປ່ຽນແປງຂອງສະພາບດິນຟ້າອາກາດ ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຄືນ ຕາມການປະກອບຄໍາຄິດຄໍາເຫັນ ຂອງສະມາຊິກລັດຖະບານ ໂດຍໃຫ້ເຮັດເປັນດໍາລັດ); ຮ່າງກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ຮ່າງກົດ ໝາຍວ່າດ້ວຍ ວັກຊີນ) ແລະ ດໍາລັດ 02 ສະບັບ ຄື: (ດໍາລັດວ່າດ້ວຍ ພະນັກງານລັດວິສາຫະກິດ ແລະ ດໍາລັດວ່າດ້ວຍ ເຂດເສດຖະກິດພິເສດ ສະບັບປັບປຸງ) ແລະ ເນື່ອງຈາກເປັນເດືອນສຸດທ້າຍຂອງປີ, ກອງປະຊຸມ ຍັງໄດ້ສະຫຼຸບຕີລາຄາການດໍາເນີນ ກອງປະຊຸມລັດຖະບານ ປະຈໍາປີ 2017 ແລະ ປຶກສາຫາລື ແຜນດໍາເນີນກອງປະຊຸມລັດຖະບານ ປີ 2018.
ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ສະຫຼຸບສັງລວມການເຄື່ອນໄຫວວຽກງານ ຈຸດສຸມທີ່ພົ້ນເດັ່ນຂອງລັດຖະບານ ໃນເດືອນທັນວາ ທີ່ຜ່ານມາ ແລະ ຊີ້ນຳວຽກງານຈຸດສຸມ ໃນເດືອນ ມັງກອນ 2018 ວຽກງານທີ່ສໍາຄັນອີກວຽກງານໜຶ່ງ ໃນປີ 2018 ແມ່ນຕ້ອງໄດ້ສຸມ ໃສ່ປັບປຸງ ບັນດາວິສາຫະກິດ ເພື່ອຊຸກຍູ້, ຊ່ວຍເຫຼືອໃຫ້ບັນດາວິສາຫະກິດຕ່າງໆ ໃຫ້ສາມາດດໍາເນີນການໄດ້.
ແຫລ່ງຂ່າວ ສນຍ
Editor: ກຳປານາດ ລັດຖະເຮົ້າ