ໃນວັນທີ 19 ທັນວາ ຜ່ານມານີ້; ຢູ່ທີ່ວັດບ້ານ ນາຫຼັກ ທີ່ຂຶ້ນກັບເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ບັນດາພໍ່ແມ່ປະຊາຊົນຜູ້ທີ່ມີສິດປ່ອນບັດເລືອກຕັ້ງ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບ້ານຂອງຕົນ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາປານ ເຄນວົງສັກ ຮອງເຈົ້າເມືອງອາດສະພັງທອງ, ນອກຈາກນັ້ນ; ກໍ່ມີການນໍາທີ່ກ່ຽວຂ້ອງອ້ອມຂ້າງເມືອງ, ອໍານາດການປົກຄອງທ້ອງຖິ່ນ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນຈໍານວນ 128 ຄົນເຂົ້າຮ່ວມໃຊ້ສິດ.
ໃນການປ່ອນບັດເລືອກຕັ້ງເອົາຄະນະບ້ານຊຸດໃໝ່ຂອງບ້ານ ນາຫຼັກ ໃນຄັ້ງນີ້; ຜູ້ເຂົ້າຮ່ວມໄດ້ຮັບຟັງແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະທີ່ຜ່ານມາ. ເຊິ່ງໄດ້ມີຫຼາຍຜົນງານທີ່ໂດດເດັ່ນ, ເປັນຕົ້ນກໍ່ແມ່ນທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຫັນວ່າພາຍໃນບ້ານມີສະຖຽນລະພາບທາງດ້ານການເມືອງຢ່າງ ໜັກແໜ້ນເຂັ້ມແຂງ-ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນພາຍໃນບ້ານນັບມື້ນັບດີຂຶ້ນໄປເທື່ອລະກ້າວ, ໂດຍໄດ້ຮັບການຊີ້ນໍາ-ນໍາພາຈາກຂັ້ນເທິງຢ່າງໃກ້ຊິດຕິດແທດ. ສໍາລັບການປ່ອນບັດໃນຄັ້ງນີ້; ພໍ່ແມ່ປະຊາຊົນໄດ້ເລືອກເອົາຄົນດີ ແລະ ມີຄຸນສົມບັດສິນທໍາປະຕິວັດທີ່ແທ້ຈິງ ເຂົ້າມາບໍລິຫານວຽກງານພາຍໃນບ້ານ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນດ້ວຍຄວາມຈົ່ງຮັກ ແລະ ພັກດີຕໍ່ກັບບ້ານເມືອງ, ຜ່ານການປ່ອນບັດເລືອກຕັ້ງພໍ່ແມ່ປະຊາຊົນໄດ້ລົງປະຊາມະຕິເປັນເອກະພາບກັນເລືອກເອົາ ທ່ານ ສີສົມພັນ ແກ້ວຄໍາໂພ ເປັນນາຍບ້ານຊຸດໃໝ່ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ທີ່ລັດວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ພ້ອມດຽວກັນນັ້ນ ກໍ່ຍັງໄດ້ເລືອກຕັ້ງເອົາຮອງນາຍບ້ານຕື່ມອີກ ຈໍານວນ 4 ທ່ານ ເປັນຍິງ 1 ທ່ານເພື່ອເຂົ້າບໍລິຫານວຽກງານຊ່ວຍນາຍບ້ານ.
ໃນໂອກາດດັ່ງກ່າວ; ທາງໜ່ວຍພັກບ້ານ ນາຫຼັກ ກໍ່ໄດ້ມີການແຕ່ງຕັ້ງ ເອົາເລຂາໜ່ວຍພັກບ້ານຊຸດໃໝ່ໂດຍແມ່ນ ທ່ານ ສີສົມພັນ ແກ້ວຄໍາໂພ ເປັນເລຂາໜ່ວຍພັກຊຸດໃໝ່ ແລະ ຍັງໄດ້ແຕ່ງຕັ້ງ ເອົາຮອງເລຂາໜ່ວຍພັກບ້ານຕື່ມອີກ 2 ທ່ານເພື່ອເຂົ້າມາບໍລິຫານວຽກຕື່ມອີກ. ຈາກນັ້ນ ກໍ່ໄດ້ມີການມອບ-ຮັບໃບຢັ້ງຢືນ ໜ່ວຍພັກແຂງຮູ້ນໍາພາຮອບດ້ານໃຫ້ແກ່ໜ່ວຍພັກບ້ານ ນາຫຼັກ ຕື່ມອີກດ້ວຍ.
Editor: ດາວໄຊ ສີວິໄລ