ບັນດາຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກອ້ອງຂ້າງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເຊື່ອມຊຶມ 4 ເອກະສານສຳຄັນຂອງຊາດ ຄື: ມູນເຊື້ອ ວັນມະຫາປະຕິວັດ ເດືອນຕຸລາ ລັດເຊຍ ຄົບຮອບ 100 ປີ (07/11/1917-07/11/2017); ເອກະສານສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນ ຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 (18/07/1977-18/07/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 55 ປີ (05/09/1962-05/09/2017); ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ(02/12/1975-02/12/2017) ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 97 ປີ(13/12/1920-13/12/2017) ໂດຍການເຜີຍແຜ່ຂອງ ສະຫາຍ ບົວເງິນ ຊາພູວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ຖວທ.
ສະຫາຍ ບົວເງິນ ຊາພູວົງ ໄດ້ກ່າວວ່າ: ການເຊື່ອມຊຶມເອກະສານໃນຄັ້ງນີ້ ເປັນການເພີ່ມຄວາມ ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດ ແລະ ເພື່ອສືບຕໍ່ປັບປຸງພັກຂອງພວກເຮົາ ເປັນພັກກຳອຳນາດ, ມີອິດທິພົນທີ່ສາມາດເປັນແກນນຳ ນຳພາປະເທດຊາດຂອງພວກເຮົາ ກ້າວໄປສູ່ໄຊຊະນະອັນໃໝ່, ພ້ອມທັງທົບທວນຄືນຜົນງານ ແລະ ໄຊຊະນະຂອງວັນ ມະຫາປະຕິວັດເດືອນຕຸລາລັດເຊຍ, ທົບທວນ ຄືນຜົນງານ ແລະ ໄຊຊະນະຂອງ ພວກເຮົາຕະຫລອດໄລຍະ 42 ປີຜ່ານມາ ເຊິ່ງພວກເຮົາຄົນຮຸ່ນຫລັງ ຈົ່ງໄດ້ອອກແຮງຮ່ຳຮຽນເອົາມູນເຊື້ອ, ຄວາມສາມັກຄີ, ມູນເຊື້ອດຸໝັ່ນຂະຫຍັ່ນພຽນ ແລະ ພິລະອາດ ຫານຕໍ່ສູ້ບໍ່ຍອມຈຳນົນ ຂອງຄຳນຮຸ່ນກ່ອນ, ພ້ອມນີ້ ກໍຕ້ອງຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫລອດການ, ຮ່ຳຮຽນເອົາແບບຢ່າງ ອັນດີງາມຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ທີ່ໄດ້ນຳພາປວງຊົນລາວທັງຊາດ ຕໍ່ສູ້ຕ້ານລັດທິລ່າເມືອງ ຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສາມາດສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ມາເຖິງປັດຈະບັນ ຄົບຮອບ42 ປີ.
ໂອກາດດຽວກັນນີ້, ສະຫາຍ ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຖວທ ກໍໄດ້ມອບບັດສະມາຊິກພັກສົມບູນໃໝ່ ຈໍານວນ 12 ສະຫາຍ ຕື່ມອີກ.
Editor: ຂ່າວສານປະເທດລາວ