ວັນທີ 20 ທັນວາ 2017 ນີ້, ຄະນະພັກຮາກຖານບ້ານຈອມທອງ, ເມືອງຄຳ ໄດ້ຈັດກອງປະຊຸມຄົບ ຄະນະພັກຮາກຖານຂື້ນທີ່ຫ້ອງການບ້ານໆຈອມທອງ, ເມືອງຄຳ,ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳຜາຍ ໄມມະລີ ເລຂາພັກບ້ານນາຍ ບ້ານ ຈອມທອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງຄຳ, ມີຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງ, ທະຫານ, ຕຳຫຼວດ, ອາດີດການນຳ ຂອງເມືອງຂອງບ້ານ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນພ້ອມດ້ວຍແຂກຖືກເຊີຍເຂົ້າຮ່ວມ 115 ສະຫາຍ, ຍິງ 35 ສະຫາຍ.
ຈາກນັ້ນ ທ່ານ ຄຳຜາຍ ໄມມະລີ ເລຂາພັກບ້ານນາຍ ບ້ານຈອມທອງ ກໍ່ໄດ້ຂື້ນຜ່ານບົດ ສະຫຼຸບໃຫ້ຮູ້ວ່າ: ຄະນະພັກຮາກຖານ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຈັດຕັ້ງໜ້າເສີມຂະຫຍາຍບົດບາດການນຳພາຂອງພັກປະຕິບັດໜ້າທີ່ ວຽກງານເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວຂື້ນເຊິ່ງໄດ້ສະແດງອອກ ເຊັ່ນ: ບ້ານມີຄວາມສະຫງົບປອດໄພ, ຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າດີຂື້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະມາຊິກພັກມີຄວາມຮັບຜິດຊອມຕໍ່ໜ້າທີ່ວຽກງານຂອງແຕ່ສະຫາຍ ແລະ ໜ່ວຍພັກມີຄວາມເຂັ່ມແຂງ, ນອກຈາກນີ້ກໍ່ຍັງມີວຽກງານອື່ນໆ ເຊັ່ນ: ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານວັດທະນະທຳສັງຄົມ, ວຽກງານແມ່ຍິງ, ວຽກງານເສດຖະກິດ, ວຽກງານຊາວໜຸ່ມ, ວຽກງານແນວໂຮມ ແລະ ວຽກງານອຳນາດການປົກຄອງ, ພ້ອມນີ້ພາຍໃນບ້ານຍັງຖືເອົາອາຊີບໃນການປູກຝັງລ້ຽງສັດເປັນອາຊີບຕົ້ນຕໍ ແລະ ມີອາຊີບເສີມໃນ ການຄ້າຂາຍ, ປູກພືດລະດູແລ້ງສາມາດສ້າງລາຍຮັບໄດ້ເຖິງ 20 ລ້ານ 949,000 ກີບ. ພ້ອມນັ້ນກໍ່ຍັງໄດ້ ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງເປັນຕົ້າແມ່ນການສຶກສາອົບຮົມການເມືອງແນວຄິດ, ການເຊື່ອມຊືມ ເຜີຍແຜ່ແນວທາງນະໂຍບາຍ ແລະ ລະບຽບກົດໝາຍໃຫ້ແກ່ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ເລິກເຊິ່ງຂຶ້ນເປັນກ້າວໆ.
ຫຼັງຈາກນັ້ນຄະນະພັກຮາກຖານກໍ່ຍັງໄດ້ຜັດປ່ຽນກັນຂຶ້ນຜ່ານມະຕິຕົກລົງຕ່າງໆ ແລະ ຂໍ້ກຳນັດກົດລະບຽບຕື່ມອີກ. ໃນຕອນທ້າຍ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງຄຳ ກໍ່ໄດ້ຂຶ້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດສະຫາຍຍັງໄດ້ກ່າວຍ້ອງ ຍໍຊົມເຊີຍຕໍ່ຜົນງານທີ່ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ໃນໄລຍະຜ່ານມາພ້ອມທັງໃຫ້ທິດຊີ້ນຳແກ່ຄະນະພັກຮາກຖານຈົ່ງພ້ອມກັນສຸມໃສ່ຕໍ່ໜ້າທີ່ວຽກງານການສຶກສາອົບຮົມແນວຄິດການເມືອງ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສືບຕໍ່ປະຕິບັດຕາມແນວທາງຂອງພັກ ແລະ ຄູ້ມຄອງແກ້ໄຂປະກົດການຫໍ້ຍທໍ້ໃນສັງຄົມໃຫ້ນັບມື້ນັບຖ່ອຍລົງເລື້ອຍໆ
ຂ່າວຈາກ ທີມຂ່າວ ຖວທ ເມືອງຄໍາ, ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ