ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກິດຈະກຳ “ເວທີສົນທະນາມູນເຊື້ອ ສິລະປະວັດທະນະທຳລາວ ແລະ ການປະກວດລາຍການສະແດງໃໝ່ຂອງຊາວໜຸ່ມກະຊວງ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ” ຂື້ນໃນວັນທີ 20 ທັນວາ 2017 ຢູ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.
ກິດຈະກຳດັ່ງກ່າວ, ໄດ້ຈັດມີການຖາມ-ຕອບ ກ່ຽວກັບຄວາມຮູ້ທາງດ້ານສິລະປະວັດທະນະທຳລາວ ແລະ ຄວາມຮູ້ ກ່ຽວກັບການບໍລິຈາກເລືອດ ແລະ ມອບລາງວັນໃຫ້ແກ່ຜູ້ຮ່ວມກິດຈະກຳ ດັ່ງກ່າວ, ພ້ອມນັ້ນ, ຍັງມີກິດຈະກຳສົນທະນາມູນເຊື້ອວັດທະນະທຳລາວ ຮ່ວມກັບ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ທັງເປັນສິລະປິນແຫ່ງຊາດ ໃນຫົວຂໍ້ “ຈະສ້າງຄ່ານິຍົມເພງລາວ ໃຫ້ກັບຊາວໜຸ່ມລາວ ຄືແນວໃດ” ແລະ ກິດຈະກຳປະກວດລາຍການສະແດງໃໝ່ ຂອງຊາວໜຸ່ມ ຈາກກອງສະແດງຕ່າງໆອ້ອມຂ້າງກະຊວງ ຖວທ.
ນອກນັ້ນ, ຍັງມີກິດຈະກຳຂາຍເຄື່ອງນຸ່ງຊາວໜຸ່ມ, ກາຊາວໜຸ່ມ ແລະ ອື່ນໆ. ພ້ອມດຽວກັນ, ຍັງມີກິດຈະກຳຮ່ວມບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ຕະຫລອດທັງວັນ. ການຈັດກິດຈະກຳດັ່ງກ່າວ, ເພື່ອເປັນການສຶກສາອົບຮົມໄວໜຸ່ມໃຫ້ມີຈິດໃຈຮັກຊາດ, ຮັກສິລະປະວັດທະນະທຳ ອັນດີງາມຂອງຊາດ, ພ້ອມກັນປົກປັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທຳລາວ, ທັງເປັນການສ້າງຂະບວນການຊາວໜຸ່ມ ຕ້ອນຮັບປີທ່ອງທ່ຽວລາວ 2018 ໃຫ້ມີບັນຍາກາດ ຟົດຟື້ນ, ເປັນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມກຳລັງແຮງຂອງຊາວໜຸ່ມ ເຂົ້າຂະບວນການຕ່າງໆຂອງຊາດ, ເປັນການແລກປ່ຽນຄວາມຮູ້, ປະສົບການທາງດ້ານສິລະປະວັດທະນະທຳຂອງຜູ້ອາວຸໂສ ທີ່ມີປະສົບການດ້ານສິລະປະວັດທະນະທຳ ກັບຊາວໜຸ່ມຍຸກໃໝ່, ທັງເປັນການເສີມຂະຫຍາຍຫົວຄິດປະດິດສ້າງຂອງຊາວໜຸ່ມ ແລະ ອື່ນໆ.
ໃນໂອກາດ ຈັດກິດຈະກຳ ດັ່ງກ່າວ ອົງການກາແດງລາວ ກໍຄື ສູນເລືອດແຫ່ງຂາດ ໄດ້ຖືເອົາໂອກາດດັ່ງກ່າວ ປຸກລະດົມຊາວໜຸ່ມຈາກບັນດາກະຊວງ ແລະ ໜ່ວຍງານຕ່າງໆ ທີ່ເຈົ້າຮ່ວມພາຍໃນງານ ຮວ່ມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເພື່ອເຮັດໃຫ້ງານມີຄວາມໝາຍຄວາສໍາຄັນຍິ່ງຂື້ນ ແລະ ເກີດປະໂຫຍດແກ່ສັງຄົມ ອີກດ້ວຍ .
Editor: ກຳປານາດ ລັດຖະເຮົ້າ