ໃນວັນທີ 18 ທັນວາ 2017 ຜ່ານມານີ້ ທ່ານ ຮິນທອງ ດວງຈັນສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊຳໃຕ້ ລົງຢ້ຽມຢາມ ແລະ ອວຍພອນບຸນກີນຈຽງເຜົ່າມົ້ງ ຄຸ້ມຜານົກແຊວ ບ້ານຖ້ຳຈົກ, ເມືອງຊໍາໃຕ້, ແຂວງຫົວພັນ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ເຍຍເສົ້າ ນາຍບ້ານຖໍ້າຈົກ ປະຈຳຢູ່ຄຸ້ມຜານົກແຊວ ພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ. ທ່ານ ເຍຍເສົ້າ ໄດ້ລາຍງານໃຫ້ຮູ້ວ່າ: ຄຸ້ມຜານົກແຊວ ເປັນຄຸ້ມໜຶ່ງທີ່ຂື້ນກັບບ້ານຖ້ໍາຈົກ ຫ່າງຈາກບ້ານຖ້ຳຈົກປະມານ 6 ກິໂລແມັດ, ຫ່າງຈາກເທດສະບານເມືອງຊໍາໃຕ້ ປະມານ 35 ກິໂລແມັດ, ມີ 48 ຄອບຄົວ, ມີພົນລະເມືອງ 372 ຄົນ, ຍິງ 183 ຄົນ, ເປັນເຜົ່າມົ້ງ 100% ອາຊີບຕົ້ນຕໍແມ່ນເຮັດໄຮ່, ເຮັດນາ ແລະ ລ້ຽງສັດໃຫຍ່ ເປັນຕົ້ນ: ງົວ, ຄວາຍ ສາມາດສ້າງລາຍຮັບໄດ້ປະມານ 78 ລ້ານກີບ/ປີ. ພາຍໃນຄຸ້ມມີຄວາມສາມັກຄີ ການຈັດຕັ້ງອຳນາດການປົກຄອງມີຄວາມເຂັ້ມແຂງ ສາມາດສ້າງສາພັດທະນາຄຸ້ມຜານົກແຊວດ້ວຍທືນຂອງປະຊາຊົນເອງເປັນຕົ້ນ: ສ້າງເສັ້ນທາງດີນແດງ ຈາກຄຸ້ມຜານົກແຊວ ຫາ ບ້ານນາຮຽງປະມານ 6 ກິໂລແມັດ, ເສັ້ນທາງໄປສູ່ແຫຼ່ງທໍາການຜະລິດ ປະມານ 15 ກິໂລແມັດ ແລະ ລະບົບນໍ້າລີນ ລວມມູນຄ່າທັງໝົດ 72 ລ້ານກີບ , ການຢ້ຽມຢາມ ແລະ ອວຍພອນຄັ້ງນີ້ ທ່ານ ຮິນທອງ ດວງຈັນສຸກ ຍັງໄດ້ນໍາເອົາກະຕ່າດອກໄມ້ອວຍພອນ ທ່ານ ນາຍບ້ານ, ມອບປື້ມຂຽນ ແລະ ເອກະສານຈໍານວນໜຶ່ງໃຫ້ແກ່ອໍານາດການປົກຄອງບ້ານ, ພ້ອມທັງມີຄໍາເຫັນໂອ້ລົມອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ເຊິ່ງທ່ານ ຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ ເອົາໃຈໃສ່ສະກັັັັັດກັ້ນການເຄື່ອນໄຫວທາງສາສະໜາ, ການຕົວຢົວະຫຼອກລວງດ້ວຍຮູບການຕ່າງໆ ແລະ ກວດກາຄົນເຂົ້າຄົນອອກພາຍໃນບ້ານຕື່ມອີກ, ສືບຕໍ່ເອົາໃຈໃສ່ໃນການປູກຝັງ, ການການລ້ຽງສັດ ແລະ ຮັກສາອານາໄມສີ່ງແວດລ້ອມພາຍໃນບ້ານໃຫ້ມີຄວາມສະອາດຈົບງາມ. ຈາກນັ້ນ, ຍັງໄດ້ຮ່ວມຊົມກິລາຕີໝາກຂ່າງ, ເປົ່າແຄນ ແລະ ຮ່ວມກິດຈະກໍາໂຍນໝາກຄອນ ຕາມຮີດຄອງປະເພນີິຂອງເຜົ່າມົ້ງ ຢ່າງຄຶກຄື້ນມ່ວນຊື່ນ
ທອງແດງ ສີແກ້ວວົງອິນນາ
Editor: ກຳປານາດ ລັດຖະເຮົ້າ