ເນື້ອງໃນໂອກາດ ທີ່ມີຄວາມຫມາຍຄວາມສໍາຄັນທາງປະຫວັດສາດຂອງຊາດ, ຂອງພັກ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໃນຕອນເຊົ້າຂອງວັນທີ 13 ທັນວາ 2017 ນີ້ ຢູ່ທີ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ.
ການນຳຂອງແຂວງໄຊຍະບູລິ ໄດ້ຈັດພິທີ ວາງກະຕ່າດອກໄມ້ ເພື່ອລະນຶກວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ ຄື: ວັນທີ 13 ທັນວາ ປີ 1920 -13 ທັນວາ 2017 ໂດຍການເຂົ້າຮ່ວມຂອງທ່ານ ປະລິຍາເອກ ສົມລິດ ເປືອກແກ້ວ, ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລິ ມີກໍາມະການປະຈຳພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກ, ກົມກອງ, ອົງການເຂົ້າຮ່ວມ
ໃນພິທີທ່ານ ປະລິຍາເອກ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລິ ໄດ້ໃຫ້ກຽດຂື້ນອ່ານ ບົດສະດຸດີ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງທານ ໄກສອນ ພົມວິຫານ ຄົບຮອບ 97 ປີ ຊຶ່ງໃນປະຫວັດສາດລາວຍຸກໃໜ່ນີ້ ຊາດລາວເຮົາໄດ້ຂະໜານນາມວ່າ: ປະທານ ໄກສອນ ພົມວິຫານ ແມ່ນວິລະບູລຸດແຫ່ງຊາດ ແມ່ນນັກປະຕິວັດຮັກຊາດຜູ້ດີເດັ່ນ, ແມ່ນຜູ້ນຳທີ່ປິຊາສາມາດສະຫຼາດສອງໃສ່ ແລະ ມີຄວາມເຊື່ອຫມັ້ນຢ່າງບໍ່ຄອນແຄນ ຕໍ່ໄຊຊະນະສຸດທ້າຍ ຂອງການປະຕິວັດ ທັງແມ່ນຍຸດທະສາດທີ່ມີຄວາມເດັ່ດດຽວໜຽວແໜ້ນ, ແມ່ນນັກຍຸດໂທບາຍທີ່ມີໄຫວພິບ ແລະ ນີ້ມນວນ, ແມ່ນສັນຍາລັກຂອງຄວາມສາມັກຄີປອງດອງຄວາມເປັນອັນໜຶ່ງອັນດຽວ ແລະ ຄວາມຮັກຫອມ ຕອມຕູ້ມ ລະຫວ່າງ ປະຊາຊົນລາວບັນດາເຜົ່າ. ແມ່ນນັກຍຸດທະສາດການທະຫານ ທີ່ສຳນິສຳນານ ເຂົ້າໃຈເລິກເຊິ່ງ ຕໍ່ສະພາວະຄວາມເປັນຈິງຂອງປະເທດຊາດ ມີແບບແຜນວິທີການເຮັດວຽກຄຸນງານຄວາມດີ ອັນປະເສີດ ທີ່ຍັງຍືນຍົງໃນພາລະກິດປະຕວັດຂອງປະຊາຊົນລາວບັນາເຜົ່າພວກເຮົາຕະຫຼອດໄປ.
ຈາກນັ້ນ ກ້ອນກໍາລັງແຕ່ລະກົມກອງ ກໍ່ໄດ້ວາງກະຕ່າດອກໄມ້ ຄື: ກ້ອນກໍາລັງການນຳຂອງແຂວງ, ກ້ອນກໍາລັງກອງບັນຊາການທະຫານແຂວງ, ກ້ອນກຳລັງປ້ອງກັນຄວາມສະຫງົບແຂວງ, ກົມການເມືອງ, ກົມວັດທະນາທຳ-ສັງຄົມ, ກົມເສດທະກິດ, ກຸ່ມເມືອງໄຊຍະບູລິ ແລະ ກຸ່ມອຳນາດການປົກຄອງບ້ານ, ເທດສະບານຕາມລຳລັບ.
Editor: ຂ່າວໄຊຍະບູລີ