ໃນວັນທີ 12 ທັນວາ 2017 ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ທີ່ສູນ ICTC, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຮອງລັດຖະມົນຕີ, ຫົວໜ້າກົມ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ກ່ຽວກັບເນື້ອໃນຕົ້ນຕໍຂອງກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ເພື່ອໃຫ້ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ກອງປະຊຸມ ໄດ້ຮັບຟັງການສະເໜີບົດຂອງວິທະຍາກອນ ຂອງກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ແລະ ຈະມີການແລກປ່ຽນຄວາມຄິດເຫັນ, ສົນທະນາກ່ຽວກັບຫລັກການ-ລະບຽບການ, ກ່ຽວກັບການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ສາກົນ, ຊຶ່ງໄດ້ກຳນົດໄວ້ໃນກົດໝາຍສະບັບດັ່ງກ່າວ, ໂດຍສົມທຽບໃສ່ພາກປະຕິບັດຂອງສາກົນ ແລະ ພາກປະຕິບັດຂອງ ສປປ ລາວ ໃນໄລຍະຜ່ານມາ.
ສຳລັບ ກົດໝາຍດັ່ງກ່າວ, ໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງສະພາແຫ່ງ ຊາດ ຊຸດທີ VII ວັນທິີ 8 ພຶດສະພາ 2017 ແລະ ຖືກປະກາດໃຊ້ໂດຍປະທານປະເທດ ໃນວັນທີ 19 ມິຖຸນາ 2017, ໄດ້ເອົາລົງໃນຈົດໝາຍເຫດທາງລັດຖະການ ໃນວັນທີ 02 ພະຈິກ 2017 ຕາມມາດຕາ 80, ວັກທີ 1 ຂອງກົດໝາຍວ່າດ້ວຍການສ້າງນິຕິກຳ, ສະບັບເລກທີ 19/ສພຊ, ລົງວັນທີ 18 ພະຈິກ 2017 ເປັນຕົ້ນມາ.
Editor: ຂ່າວສານປະເທດລາວ