ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 42 ປີ, ວັນຄ້າຍວັນເກີດ ທ່ານປະທານໄກສອນ ພົມວິຫານ ຄົບຮອບ 97 ປີ ແລະ ວັນມະຫາປະຕິວັດລັດເຊຍ ຄົບຮອບ 100 ປີ,ໃຫ້ມີຄວາມໝາຍ, ມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດອັນຟົດຟື້ນ. ເມື່ອບໍ່ດົນມານີ້ ການນຳເມືອງວັງວຽງ ພ້ອມດ້ວຍຫົວໜ້າຫ້ອງການຮອງຫ້ອງການ, ກົມກອງ, ທະຫານ, ຕຳຫຼວດ, ເລຂາຄະນະພັກຮາກຖານຫົວໜ້າກຸ່ມບ້ານ, ອົງການຈັດຕັ້ງມະຫາຊົນຂອງເມືອງວັງວຽງ ໄດ້ເຂົ້າຮ່ວມວາງກະຕ່າດອກໄມ້ຢູ່ອານຸສອນສະຖານ ທ່ານ ໄກສອນ ພົມວິຫານ ທີ່ບ້ານຫ້ວຍສະເຫົ້ງາ ເມືອງວັງວຽງ ແຂວງວຽງຈັນ ໂດຍພາຍໃຕ້ການນຳພາຂອງ ທ່ານ ຄຳຜ່ອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆວັງວຽງ.
ພາຍຫຼັງສຳເລັດການວາງກະຕ່າດອກໄມ້ແລ້ວ,ການນຳເມືອງວັງວຽງພ້ອມດ້ວຍຫົວໜ້ຫ້ອງການ ກົມກອງ, ທະຫານ, ຕໍາຫຼວດ, ເລຂາຄະນະພັກຮາກຖານຫົວໜ້າກຸ່ມບ້ານ, ອົງການຈັດຕັ້ງມະຫາຊົນຂອງເມືອງວັງວຽງ ໄດ້ເຂົ້າຮ່ວມຮັບຟັງພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 42 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 97 ປີ ແລະ ວັນມະຫາປະຕິວັດລັດເຊຍ ຄົບຮອບ 100 ປີ, ໃຫ້ກຽດປາຖະກະຖາ ໃນຄັ້ງນີ້ໂດຍ ທ່ານ ຄຳຜ່ອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆວັງວຽງ ຊຶ່ງທ່ານໄດ້ຫວນຄືນມູນເຊື້ອອັນອົງອາດກ້າຫານ ຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ພະນັກງານ, ສະມາຊິກພັກ ພາຍໃນເມືອງວັງວຽງ ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ແລະ ວິລະກຳຂອງຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ 42 ປີຜ່ານມາ. ພ້ອມນີ້ກໍ່ເປັນການ ສະແດງຄວາມກະຕັນຍູ້ຮູ້ບຸນ¬ຄຸນ ເຖິງຄຸນ¬ງາມ-ຄວາມ¬ດີ, ນ້ຳ¬ໃຈຮັກຊາດ ແລະ ບໍ່ຍອມຈຳ¬ນົນຂອງບັນພະບຸລຸດ, ທະ¬ຫານ, ຕຳ¬ຫລວດ ແລະ ປະ-ຊາຊົນຜູ້ຮັກຊາດທີ່ໄດ້ເສຍ¬ສະ¬ຫລະເລືອດເນື້ອ ແລະ ຊີ¬ວິດຕໍ່¬ສູ້ຕ້ານສັດ¬ຕູຜູ້ຮຸກຮານຈົນໄດ້ຮັບໄຊ¬ຊະ-ນະ ແລະ ສະຖາປານາ ສາ¬ທາ¬ລະ¬ນະລັດ ປະ¬ຊາ¬ທິ¬ປະ¬ໄຕ ປະ¬ຊາ¬ຊົນລາວ ໃນວັນທີ 2 ທັນ¬ວາ ປີ 1975 ເຊິ່ງຜົນ¬ງານອັນຍິ່ງໃຫຍ່ດັ່ງ¬ກ່າວໄດ້ຈາ¬ລຶກໄວ້ໃນຈິດ¬ໃຈຂອງປວງຊົນລາວ ຕະ¬ຫລອດໄປ.
ທ່ານ ບຸນປັນ ພົມມະວົງສາ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງວັງວຽງ ກໍ່ໄດ້ຂຶ້ນຜ່ານມູນເຊື້ອຂອງປະທານໄກສອນ ພົມວິຫານ ກໍ່ເພື່ອເປັນການລະນຶກເຖິງຄວາມຮູ້ບຸນຄຸນ ຕໍ່ຜົນງານ, ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາ ໃນການຮ່ຳຮຽນເອົາຄຸນສົມບັດ, ທັດສະນະປະຕິວັດ, ແບບແຜນດຳລົງຊີວິດ ແລະ ອຸດົມຄະຕິປະຕິວັດຂອງ ປະທານ ໄກສອນ ພົມວິຫານ. ເປັນການສຶກສາອົບຮົມໃຫ້ພະນັກງານສະມາຊິກພັກທຸກຄົນໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນອົງອາດກ້າຫານ ແລະ ມູນເຊື້ອສາມັກຄີພາຍໃນຊາດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວໃນການເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການຂອງຖັນແຖວພະນັກງານສະມາຊິກພັກພາຍໃນເມືອງວັງວຽງ.
ໃນນີ້້ ທ່ານ ບຸນຈັນ ມາລາວົງ ຮອງເລຂາພັກເມືອງຮອງເຈົ້າເມືອງໆວັງວຽງ ຍັງໃຫ້ກຽດຂຶ້ນເຫຼົ່າປະຫວັດຄວາມເປັນມາຂອງວັນມະຫາປະຕິວັດລັດເຊຍ ຄົບຮອບ 100 ຕື່ມອີກ, ແລະ ໃນບ່າຍຂອງວັນດຽວກັນ ຍັງໄດ້ຈັດກອງປະຊຸມເຊື່ອມຊື່ມເນື້ອໃນມະຕິ 5 ( ສະໄໝ 10 ) ຂອງຄະນະບໍລິຫານສູນກາງພັກ ໃຫ້ກຽດກ່າວເປີດກອງປະຊຸມໂດຍແມ່ນ ທ່ານ ຄຳຜ່ອງ ດວງວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆວັງວຽງ, ເອກະສານທີ່ນໍາມາເຊື່ອມຊື່ມໃນຄັ້ງນີ້ມີທັງໝົດ 3 ເອກະສານ ຄື: ມະຕິເລກ ທີ26/ຄບສພ ວ່າດ້ວຍ ການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດີນ ໃນໄລຍະໃໝ່, ເອກະສານ ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ເອກະສານມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ( ສະໄໝ ທີ10 )ໃຫ້ກຽດຂຶ້ນຜ່ານໂດຍແມ່ນ ທ່ານ ບຸນປັນ ພົມມະວົງສາ ຮອງເລຂາພັກເມືອງ, ທ່ານ ບຸນຈັນ ມາລາວົງ ຮອງເຈົ້າເມືອງໆວັງວຽງ ແລະ ທ່ານ ສຸວຽງທອງ ວົງຈຳປາ ຮອງເຈົ້າເມືອງໆວັງວຽງ ຍັງໄດ້ຜັດປ່ຽນກັນຂຶ້ນຜ່ານ. ໃນຕອນທ້າຍກອງປະຊຸມ ທ່ານ ຄຳຜ່ອງ ດວງວິໄລ ເຈົ້າເມືອງໆວັງວຽງ ກ່າວປິດກອງປະຊຸ່ມພ້ອມທັງໃຫ້ກຽດໂອລົມຕື່ມອີກ
ທີມຂ່າວເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ