ທ່ານ ບຸນຖອງ ດິວິໄຊ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍການນຳຂອງແຂວງ ໄດ້ພົບປະໂອ້ລົມກັບພະນັກງານ ຜູ້ອາວຸໂສບຳນານ ພ້ອມທັງລາຍງານສະພາບການ ຈັດຕັ້ງປະຕິບັດ, ສະພາບກາພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍຫໍ້ຍ ໃຫ້ພະນັກງານຜູ້ອາວຸໂສບຳນານ ໄດ້ຮັບຟັງ ຜົນງານໃນການພັດທະນາ ແລະ ດ້ານດີ-ຂໍ້ຄົງຄ້າງ ລວມທັງວຽກງານການພັດທະນາຮອບດ້ານຂອງແຂວງ ຈຳປາສັກ ໃນໄລຍະຜ່ານມາ.
ຈາກນັ້ນ ການນໍາຂອງແຂວງ ກໍ່ໄດ້ຮັບຟັງຄໍາຄິດຄໍາເຫັນ ຈາກພະນັກງານຜູ້ອາວຸໂສບໍານານ ໃນແຕ່ລະວຽກງານ ເປັນຕົ້ນ ວຽກງານການສຶກສາອົບຮົບ ພະນັກງານລຸ້ນສຶບທອດໃຫ້ເປັນພະນັກງານຜູ້ຫ້າວຫັນ, ເພື່ອປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດສັງຄົມ ກໍ່ຄື ວຽກງານ ກ່ໍສ້າງຮາກຖານໃຫ້ມີຄວາມເຂັ້ມແຂງ, ຕະຫລອດຮອດພະນັກງານການນຳ, ພະນັກງານວິຊາການ, ຕ້ອງມີສະຕິລະວັງຕົວ ຕໍ່ກົນອຸບາຍຂອງສັດຕູ ທີ່ຫວັງມ້າງເພລະບອບໃໜ່ຂອງພວກເຮົາ ເຊິ່ງຄຳຄິດເຫັນດັງກ່າວແມ່ນ ເພຶ່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ພະນັກງານ ລຸ້ນສຶບທອດຕ໋ໍ່ໄປ ເຮັດວຽກງານໃຫ້ປະສັບຜົນສຳເລັດ ຕາມລະດັບຄາດໝາຍ
ເພຶ່ອເປັນການຮູ້ບຸນຄຸນ ແລະ ຄຸນງາມຄວາມດີ ຂອງພະນັກງານຜູ້ອາວຸໂສບໍານານ ທີໄດ້ປະຕິບັດໜ້າທີ່ໃນໄລະຜ່ານມາ, ທ່ານ ບຸນຖອງ ດິວິໄຊ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ກໍ່ໄດ້ ມອບຂອງຂັວນ ໃຫ້ພະນັກງານອາວຸໂສບຳນານ ເນຶ່ອງໃນໂອກາດ ວັນຊາດ ທີ່ 2 ທັນວັນ ຄົບຮອບ 42 ປີ.
Editor: ກຳປານາດ ລັດຖະເຮົ້າ