ເຊົ້າວັນທີ 13 ທັນວາ 2017 ນີ້ ທີ່ພິພິທະພັນ ໄກສອນ ພົມວິຫານ ບັນດາຄະນະນໍາ ພາກລັດ ຈາກພາກສ່ວນຕ່າງໆ ໄດ້ພ້ອມກັນວາງກະຕາດອກໄມ້ ລະນຶກເຖິງຄຸນງາມຄວາມດີ ຂອງປະທານໄກສອນ ພົມວິຫານ ຕໍ່ຫນ້າຮູບປັນຫລໍ່ ປະທານໄກສອນ ພົມວິຫານ ເນື່ອງໃນວັນຄົບຮອບ 97 ປີ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ
ປະທານໄກສອນ ພົມວິຫານ ເປັນສັນຍາລັກ ແລະ ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ໃນຊາດ ເປັນຜູ້ນໍາທີ່ມີຄຸນສົມບັດ ສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນໍາທີ່ດຸຫມັ່ນ, ດໍາລົງຊີວິດແບບລຽບງ່າຍ ປະຫຍັດ-ບໍລິສຸດ ປອດໃສ ແລະ ຍັງແມ່ນນັກເຄື່ອນໄຫວສາກົນ ຜູ້ດີເດັ່ນ ຈົນສາມາດນໍາພາປວງຊົນລາວທັງຊາດ ຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ແລະ ປົດປ່ອຍປະເທດຊາດຈົນສໍາເລັດ. ແລະ ສະຖາປານາ ສປປ ລາວ ໃນວັນທີ 2 ທັນວາ 1975. ປະທານ ໄກສອນ ພົມວິຫານ ແມ່ນນັກແນວຄິດທິດສະດີປະຕິວັດທີ່ດີເດັ່ນ ແມ່ນນັກການເມືອງ, ນັກການທະຫານທີ່ເກັ່ງກ້າ, ນັກຍຸດທະສາດທີ່ປີຊາສາມາດ ສະຫລາດສ່ອງໃສ ຍາມໃດເພີ່ນກໍ່ຮູ້ເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນ, ຂອງຫມູ່ຄະນະ ແລະ ຂອງມະຫາຊົນ ຖຶກຕ້ອງກົມກ່ຽວ ປະທານໄກສອນ ພົມວິຫານ ແມ່ນຜູ້ທີ່ເປັນແບບຢ່າງ ອັນປະເສີດ ແລະ ພົ້ນເດັ່ນທາງດ້ານຄຸນທາດການເມືອງບົນພື້ນຖານຂອງນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈຕໍ່ສູ້ອາດຫານກ້າແກ່ນ, ທັດສະນະຫນັກແຫນ້ນ ແລະ ນໍ້າໃຈເສຍສະຫລະທີ່ບໍລິສຸດສູງສົ່ງ ເພື່ອປະເທດຊາດ ແລະ ປະຊາຊົນ, ປະທານໄກສອນ ພົມວິຫານ ແມ່ນແວນແຍງອັນໃສແຈ້ງ ທາງດ້ານຄຸນສົມບັດປະຕິວັດ ຢາມໃດກໍ່ເປັນແບບຢ່າງ ທີ່ດີເລີດ ກ່ຽວກັບນໍ້າໃຈອົດທົນຫນຽວແຫນ້ນ, ມີຄວາມດຸຫມັ່ນປະຫຍັດ ຫນັ້ນທ່ຽງ, ຮັກສາໄດ້ແບບແຜນການດໍາລົງຊີວິດ. ມີນໍ້າໃຈອາດຫານ ຍາມໃດກໍ່ບໍ່ຍ້ານກວ່າຕໍ່ຄວາມເສຍສະຫລະ ເພື່ອອຸທິດຕົນແກ່ປະເທດຊາດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
Editor: ກຳປານາດ ລັດຖະເຮົ້າ