ທ້າຍອາທິດຜ່ານມາທີ່ແຂວງຫຼວງພະບາງ ບໍລິສັດ ດວງພະສຸກ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຮວ່ມກັບ ຄະນະຮັບຜິດຊອບໂຄງການ ສືກສາຄວາມເປັນໄປໄດ້, ສໍາຫຼວດອອກແບບ ໂຄງການກໍ່ສ້າງອານຸສອນສະຖານ ບັ້ນຮົບນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລື ຄົ້ນຄວ້າ ຜ່ານແບບໂຄງການກໍ່ສ້າງອານຸສອນສະຖານ ບັ້ນຮົບນໍ້າບາກ, ເມືອງນໍ້າບາກ, ແຂວງຫຼວງພະບາງ ໂດຍການເຂົ້າຮວ່ມຂອງ ທ່ານ ພັນເອກ ບຸນຊູ ດວງຄຳມີ, ຫົວໜ້າການເມືອງກອງບັນຊາການ ທະຫານແຂວງຫຼວງພະບາງ ຫົວໜ້າຄະນະຮັບຜິດຊອບຊີ້ນຳໂຄງການກໍ່ສ້າງ, ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ທ່ານ ຄໍາຫລ້າ ດວງພະສຸກ, ປະທານບໍລິສັດ ດວງພະສຸກ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ມີບັນດາຄະນະຮັບຜິດຊອບໂຄງການກໍ່ສ້າງແຂວງຫຼວງພະບາງເຂົ້າຮວ່ມ.
ທ່ານ ຄຳຫຼ້າ ດວງພະສຸກ ໄດ້ກ່າວວ່າ: ເພື່ອປະຕິບັດຕາມເນື້ອໃນຈິດໃຈ ຂອງບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ ດວງພະສຸກ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ຮວ່ມກັບ ພະແນກແຜນການ ແລະ ການລົງທືນ ແຂວງຫຼວງພະບາງ ເພື່ອສືກສາຄວາມເປັນໄປໄດ້ ໃນການອອກແບບໂຄງການກໍ່ສ້າງອານຸສອນສະຖານບັ້ນຮົບນໍ້າບາກ ຢູ່ເມືອງນ້ຳບາກ ແລະ ບັ້ນຮົບໄມ້ຄ້ອນວິລະຊົນ ຢູ່ເມືອງວຽງຄຳ ແຂວງຫຼວງພະບາງ ເພື່ອພັດທະນາສະຖານທີ່ປະຫວັດສາດທ່ານຜູ້ນໍາໃຫ້ກາຍເປັນອານຸສອນສະຖານ ໃຫ້ແກ່ຄົນຮຸ້ນໃຫມ່ ໄດ້ຮຽນຮູ້ມູນເຊື້ອປະຫວັດສາດ ແລະ ສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດຂອງແຂວງ. ຊຶ່ງໃນລະຫວ່າງເດືອນພຶດສະພາ 2017 ທີ່ຜ່ານມາ ພາຍຫຼັງເຊັນສັນຍາແລ້ວ ທາງບໍລິສັດ ແມ່ນໄດ້ເອົາໃຈໃສ່ ຮີບຮ້ອນຄົ້ນຄວ້າໃນການອອກແບບການກໍ່ສ້າງ, ເພື່ອເຮັດໃຫ້ແບບດັ່ງກ່າວຄົບຖວ້ນສົມບູນ.
ສະນັ້ນ ໃນວັນທີ 8 ທັນວາ 2017 ຜ່ານມາ ທາງບໍລິສັດ ດວງພະສຸກ ແມ່ນໄດ້ນໍາເອົາແບບຂັ້ນຕົ້ນ ທີ່ທາງບໍລິສັດອອກແບບ ມາຜ່ານຄະນະກຳມະການ, ຄະນະຮັບຜິດຊອບຂັ້ນແຂວງເບີ່ງ ເພື່ອພ້ອມກັນພິຈາລະນາ ເຮັດໃຫ້ແບບດັ່ງກ່າວນັ້ນ ຄົບຖວ້ນ ແລະ ສົມບູນ, ຜ່ານການຄົ້ນຄວ້າປືກສາຫາລືຂອງຄະນະກໍາມະການ ຄະນະຮັບຜິດຊອບໂຄງການກໍ່ສ້າງຂອງແຂວງ ບົນພື້ນຖານແມ່ນເຫັນດີເປັນເອກະພາບ ຕາມທີ່ທາງບໍລິສັດອອກແບບມາ ແລະ ໄດ້ປັບປຸງບາງຈຸດ ເພື່ອໃຫ້ສອງຄ່ອງກັບສະພາບຕົວຈິງຂອງທ້ອງຖີ່ນ ລວມໄປເຖິງທາງດ້ານວັດທະນາທຳ ແລະ ອື່ນໆ.
Editor: ຕະວັນ ແສງສະຫວັນ