ເນື່ອງໃນໂອກາດທີ່ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄະຜູ້ແທນ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເດີນທາງມາເຮັດວຽກຢູ່ແຂວງຊຽງຂວາງ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບປະຕິວັດ ຜູ້ເສຍສະຫຼະຊີວິດເລືອດເນື້ອ ເຂົ້າໃນຂະບວນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ສັນຕິພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປວງຊົນລາວທັງຊາດ. ການນຳແຂວງຊຽງຂວາງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສະພາບັນດິດ ວິທະຍາສາດ ແລະເຕັກໂນໂລຊີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ວາງພວງມາລາຕໍ່ ໜ້າອະນຸສາວະລີສຳພັນສູ້ຮົບລາວ-ຫວຽດນາມ ແຂວງຊຽງຂວາງ, ນຳໂດຍ ທ່ານ ບັນດິດ ສາດສະດາຈານ ດຣ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ບັນດິດ ສາດສະດາຈານ ເຈົາ ວັນ ມິງ, ກຳມະການສູນກາງພັກ ກອມມູນິດຫວຽດນາມ, ປະທານສະພາບັນດິດ ວິທະຍາສາດ ແລະເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ການເຂົ້າວາງພວງມາລາຄັ້ງນີ້ ແມ່ນເພື່ອລະນຶກເຖິງຄຸນງາມຄວາມດີຂອງທະຫານອາສາສະ ໝັກຫວຽດນາມ, ນັກຮົບວິລະຊົນປະຕິວັດ ຜູ້ທີ່ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອຊາດເພື່ອປະຊາຊົນ ໃນການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ອະທິປະໄຕ ມາໃຫ້ປະຊາຊົນລາວບັນດາເຜົ່າ ເຊິ່ງຄຸນງາມຄວາມດີເຫຼົ່ານັ້ນໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ແລະ ຄວາມຊົງຈຳຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ບໍ່ມີວັນຫຼົງລືມໄດ້ ເຊິ່ງຄວາມພິລະອາດຫານ ເດັດດ່ຽວໜຽວແໜ້ນຂອງນັກຮົບວິລະຊົນແມ່ນສິ່ງທີ່ຄົນຮຸ່ນຫຼັງ ຕ້ອງໄດ້ສຶກສາຄົ້ນຄວ້າ ຮ່ຳຮຽນຄຸນສົມບັດ ສິນທຳປະຕິວັດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ
ຂ່າວຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
Editor: ກຳປານາດ ລັດຖະເຮົ້າ