ທ້າຍອາທິດຜ່ານມາ ຢູ່ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ທ່ານ ສາດສະດາຈານ. ປະລິນຍາເອກ ສົມກົດ ມັງໜໍ່ເມກ, ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບຂອງຄະນະຜູ້ແທນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄະນະຜູ້ແທນສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ, ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຶ່ງນຳໂດຍ ທ່ານ ສາດສະດາຈານ ປະລິນຍາເອກ ເຈົາ ວັນ ມິງ, ກຳມະການສູນກາງພັກ ຄອມມູນິດ ຫວຽດນາມ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ທ່ານ ບຸນຕີ ທະມິດ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະຜູ້ແທນທັງສອງພາກສ່ວນ.
ໂອກາດດັ່ງກ່າວ ທ່ານ ສາດສະດາຈານ ປະລິນຍາເອກ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ ໄດ້ສະແດງຄວາມຍິນດີຕ້ອນຮັບຂອງສອງຄະນະຜູ້ແທນທີ່ໄດ້ເດີນທາງມາເຮັດວຽກຢູ່ແຂວງຊຽງຂວາງ ພ້ອມທັງໄດ້ລາຍງານສະພາບການເຄື່ອນໄຫວ ແລະຜົນງານອັນພົ້ນເດັ່ນໂດຍຫຍໍ້ຂອງແຂວງຊຽງຂວາງຕໍ່ຄະນະຜູ້ແທນ ເປັນຕົ້ນແມ່ນວຽກງານ ກະສິກຳ, ການປູກຝັງ ແລະ ລ້ຽງສັດ ຊຶ່ງເປັນທ່າແຮງອັນສຳຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຊຽງຂວາງ, ພ້ອມທັງໄດ້ຮຽກຮ້ອງໃຫ້ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ການຊ່ວຍເຫຼືອ ແຂວງຊຽງຂວາງ ໂດຍສະເພາະແມ່ນ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຂອງຫວຽດນາມເພື່ອຊ່ວຍເຂົ້າໃນຂະບວນການຜະລິດທີ່ກ່າວມານັ້ນໃຫ້ໄດ້ຮັບໝາກຜົນກວ່າເກົ່າ.
ທ່ານ ສາດສະດາຈານ ປະລິນຍາເອກ ເຈົາ ວັນ ມິງ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຊຶ່ງຕາງໜ້າໃຫ້ຄະນະຜູ້ແທນໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານເຈົ້າແຂວງ ພ້ອມນັ້ນກໍໄດ້ລາຍງານສະພາບລວມໂດຍຫຍໍ້ຂອງສະພາບັນດິດວິທະຍາ ສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຕໍ່ທ່ານເຈົ້າແຂວງ ພ້ອມທັງຍິນດີໃຫ້ການຮ່ວມມື ແລະ ຊ່ວຍເຫຼືອແກ່ແຂວງຊຽງຂວາງ ເພື່ອນຳໃຊ້ຜົນຂອງການຄົ້ນຄວ້າ ແລະ ເຕັກໂນໂລຊີໃໝ່ໆ ຂອງສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ.
ຫລັງຈາກນັ້ນ ມື້ຕໍ່ມາ ຄະນະຜູ້ແທນຍັງໄດ້ເດີນທາງໄປທ່ຽວຊົມທົ່ງໄຫຫິນ ແລະ ຢ້ຽມຢາມ ຟາມງົວພັນຊີ້ນ ແລະ ພັນນົມ ບໍລິສັດ ພັດທະນາ ລາວ-ຢິປຸ່ນ. ໂອກາດດັ່ງກ່າວ, ທ່ານ ແສງປັນ ເພັດດາລາ ຜູ້ຈັດການຟາມ ໄດ້ລາຍງານຕໍ່ຄະນະວ່າ ຟາມດັ່ງກ່າວນີ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ມີເນື້ອທີ່ທັງໝົດປະມານ 500 ເຮັກຕາ ປັດຈຸບັນມີງົວປະມານ 1000 ກວ່າໂຕ ແລະ ໃນປີ 2018 ຈະມີງົວປະມານ 2000 ກວ່າໂຕ ໃນເບື້ອງຕົນແມ່ນໄດ້ລົງທຶນໃສ່ພື້ນຖານໂຄງລ່າງ ປະມານ 17 ລ້ານໂດລາ ແລະ ຈະເພີ່ມເຖິງ 70 ລ້ານໂດລາ ພາຍໃນປີ 2030 ຈະໄດ້ຜະລິດຕະພັນ ເຊັ່ນ: ນົມງົວ ແລະ ຊີ້ນງົວ ເພື່ອເປັນຜະລິດຕະພັນເພື່ອການສົ່ງອອກ, ສຳລັບແນວພັນຂອງງົວ ແລະ ແນວພັນອາຫານງົວ ແມ່ນນຳເຂົ້າມາແຕ່ປະເທດ ອົດສະຕຼາລີ.
Editor: ກຳປານາດ ລັດຖະເຮົ້າ