ວັນທີ 6 ທັນວາ 2017 ຜ່ານມາ ຄະນະຫ້ອງການໂຄສະນາອົບຮົມເມືອງຄໍາ ໄດ້ຈັດພິທີປະຖະກະຖາເຊື່ອມຊຶມວັນຊາດທີ 2 ທັນວາ (1975 ເຖິງ 2017 ) ຄົບຮອບ 42 ປີ ຂຶ້ນທີ່ສະໂມສອນສຳນັກງານ ປົກຄອງເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າ ເມືອງ - ເມືອງຄໍາ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານລັດຖະກອນອ້ອມຂ້າງເມືອງ ແລະ ເລຂາພັກບ້ານ 9 ບ້ານເທດສະບານເຂົ້າຮ່ວມ ຢ່າງພ້ອມພຽງ.
ຈຸດປະສົງກໍ່ເພື່ອເຮັດໃຫ້ພະນັກງານ-ລັດຖະກອນລຸ້ນໃໝ່ໄດ້ຮັບຮູ້ເຂົ້າໃຈວັນສຳຄັນຕ່າງໆຂອງຊາດທີ່ໄດ້ຜ່ານຜ່າອຸປະສັກອັນລະອິດລະອ້ຽວໃນໄລຍະຜ່ານມາ ແລະ ໃຫ້ຮູ້ການມີນໍ້າໃຈເສຍສະລະຫຼະເລືອດ ເນື້ອເພື່ອປະເທດຊາດ, ຮູ້ຈັກຄຽດແຄ້ນຕໍ່ສັດຕູ້ທີ່ມາຮຸກຮານປະເທດລາວຂອງພວກເຮົາ.
ຈາກນັ້ນ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງ - ເມືອງຄໍາໄດ້ຂຶ້ນ ຜ່ານເອກະສານວັນຊາດທີ 2 ທັນວາ ໃຫ້ຮູ້ວ່າ: ຊາດລາວແມ່ນຊາດໜຶ່ງ ທີ່ມີປະຫັວດສາດອັນຍາວນານ, ມີ ມູນເຊື້ອສະຫ່ງາອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍໃນ ແລະ ພາຍນອກ, ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ສາມາດປົດປ່ອຍ ແລະ ກອບກູ້ເອົາປະເທດຊາດຄືນມາ ຢ່າງມີໄຊ ສາມາດສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ຢ່າງສະຫ່ງາຜ່າເຜີຍ ໃນວັນທີ 2 ທັນວາ 1975 , ວັນດັ່ງກ່າວແມ່ນມີຄວາມ ໝາຍຄວາມສຳຄັນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ເປັນວັນໄຊຊະນະອັນໃຫ່ຍຫຼວງໃນປະຫັວດສາດແຫ່ງການຕໍ່ສູ້ ເປັນຫຼາຍພັນປີຂອງຊາດລາວທີ່ມີ ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບກາຍເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ, ມີເອກະລາດຢ່າງສົມບູນ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ. ຫຼັງຈາກນັ້ນຄະນະປະຈຳພັກເມືອງຄໍາ ກໍ່ໄດ້ຜັດປ່ຽນກັນຂື້ນຜ່ານເອກະສານວັນຄ້າຍວັນເກີດປະທານໄກສອນພົມວິຫານ, ເອກະສານວັນສາ ກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເອກະສານອື່ນໆຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ