ເມື່ອບໍ່ດົນມານີ້, ທີ່ແຂວງຫລວງພະບາງ ເນື່ອງໃນທ່າມກາງການຈັດງານບຸນມະໂຫລານຮູບເງົາຫລວງພະບາງ 2017 ຄັ້ງທີ 8 ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດງານສໍາມະນາ ພາຍໃຕ້ຫົວຂໍ້ ຮູບເງົາລາວໃນອະນາຄົດ ຂື້ນທີ່ໂຮງແຮມເມືອງທອງ, ເມືອງຫລວງພະບາງ, ແຂວງຫລວງພະບາງ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ເຂົ້າຮ່ວມມີ ທ່ານ ວິທູນ ສູນດາຣາ ຫົວຫນ້າກົມຮູບເງົາ, ມີ ທ່ານ ບຸນເຈົ້າ ພິຈິດ ຫົວຫນ້າອໍານວຍການໂທລະພາບແຫ່ງຊາດລາວ, ທ່ານ ທ່ານ ວັນສີ ກົວມົວ ຫົວຫນ້າຫ້ອງການກະຊວງ ຖວທ ພ້ອມນີ້ຍັງມີ ຄະນະກະຊວງ, ຫົວຫນ້າກົມ-ຮອງກົມ, ຫົວຫນ້າພະແນກ ຖວທ ແຂວງ ລວມທັງພາກສ່ວນທີ່ກ່ຽວຂ້ອງ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຜູ້ຕາງຫນ້າກູ່ມຜະລິດຮູບເງົາ, ບໍລິສັດ ແລະ ສື່ມວນຊົນເຂົ້າຮ່ວມ ຢ່າງພ້ອມພຽງ.
ກອງປະຊຸມສໍາມະນາ ຄັ້ງນີ້, ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ພາຍຫລັງງານມະຫາກໍາຮູບເງົາຫລວງພະບາງ ຄັ້ງທໍາອິດ ໃນປີ 2010 ກະຊວງ ຖວທ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການຈັດສໍາມະນາກ່ຽວກັບຮູບເງົາ ແບບນີ້ ມາແລ້ວ 5 ຄັ້ງ ເຊີ່ງແຕ່ລະຄັ້ງ ແມ່ນມີຫົວຂໍ້ ແລະ ກຸ່ມເປົ້າຫມາຍທີ່ແຕກຕ່າງກັນ ເພື່ອເປັນການຖອດຖອນບົດຮຽນ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບບົດຮຽນ ແລະ ປະສົບການ ດ້ານຕ່າງໆ ຂອງບັນດາທ່ານທີ່ເຂົ້າຮ່ວມ ແລະ ເຮັດວຽກໃນຂະແຫນງດັ່ງກ່າວ, ປະຈຸບັນ ວຽກງານຮູບເງົາລາວ ແມ່ນມີບາດກ້າວຂະຫຍາຍຕົວ ມີຈໍານວນຜະລິດຕະພັນຮູບເງົາທີ່ເພີ່ມຂື້ນໃນທຸກໆປີ, ໄປພ້ອມກັບການເພີ່ມຂື້ນຂອງບໍລິສັດ ແລະ ກຸ່ມຜູ້ຜະລິດ. ຮູບເງົາໄດ້ມີການພັດທະນາ ແລະ ໄດ້ມາດຕະຖານລະດັບສາກົນ ເພີ່ມຂື້ນ ຕາມການຂະຫຍາຍຕົວຂອງພື້ນຖານໂຄງລ່າງທາງດ້ານເສດຖະກິດ, ແລະ ພິເສດ ຍັງມີດໍາລັດຂອງທ່ານາຍົກລັດຖະມົນຕີ ວ່າດ້ວຍຮູບເງົາ ເຊີ່ງປະກາດໃຊ້ແຕ່ປີ 2014 ແລະ ໄດ້ມີການຈັດຕັ້ງຜັນຂະຫຍາຍໃນຂອບເຂດທົ່ວປະເທດ, ເຊີ່ງດໍາລັດດັ່ງກ່າວ ໄດ້ກາຍເປັນເຄື່ອງມືທີ່ສໍາຄັນ ປະກອບສ່ວນໃນການສົ່ງເສີມການຜະລິດຮູບເງົາໃນ ສປປ ລາວ. ເພາະປະເທດລາວ ຍັງມີຫລາຍສິ່ງຫລາຍຢ່າງ ທີ່ເປັນສິ່ງມະຫັດສະຈັນ ສວຍງາມ ເປັນທີ່ຫນ້າຄົ້ນຫາ ແລະ ສິ່ງດັ່ງກ່າວສາມາດດຶງດູດນັກສ້າງຮູບເງົາ ໃຫ້ມາຜະລິດ ຫລືວ່າ ມາຖ່າຍທໍາ ທີ່ປະເທດລາວ ໂດຍສະເພາະຄວາມອຸດົມສົມບູນຂອງທໍາມະຊາດ ແລະ ຄວາມຫລາກຫລາຍສີສັນ ທາງດ້ານວັດທະນະທໍາ, ຮິດຄອງປະເພນີ, ສະຖານທີ່-ຮ່ອງຮອຍປະຫວັດສາດ ທີ່ເປັນຕາຫນ້າຮຽນຮູ້.
ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ການສໍາມະນາຄັ້ງນີ້ ພາຍຫລັງຮັບຟັງການສະເຫນີ ແລະ ບັນລະຍາຍຂອງວິທະຍາກອນຕ່າງໆ ແລ້ວ, ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນ, ຄວາມຮູ້ ແລະ ປະສົບການ ອັນມີຄຸນຄ່າ ທີ່ກ່ຽວພັນກັບຮູບເງົາ ໂດຍສະເພາະການພັດທະນາ ແລະ ສົ່ງເສີມໃຫ້ນັກສ້າງຮູບເງົາ ທັງພາຍໃນ ແລະ ຕ່າງປະເທດ ມາຜະລິດຮູບເງົາ ຢູ່ທີ່ປະເທດລາວ ເພື່ອເຮັດໃຫ້ວຍກງານຮູບເງົາ ກາຍເປັນຂະແຫນງການຫນຶ່ງ ໃນການເຊື່ອມໂຍງ ແລະ ໂຄສະນາປະເທດລາວ ອອກສູ່ສາຍຕາສາກົນໃຫ້ຫລາຍຂື້ນ. ໂດຍສະເພາະການໂຄສະນາການທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວຮຽນຮູ້ ແລະ ເຂົ້າມາທ່ຽວລາວ ໃຫ້ຫລາຍຂື້ນ.
Editor: ກຳປານາດ ລັດຖະເຮົ້າ