ສູນກາງສະຫະພັນກຳມະບານລາວ ຈັດກອງປະຊຸມເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ 10 ໃນວັນທີ 6 ທັນວາ ຜ່ານມານີ້ ໂດຍການເປັນປະທານຂອງທ່ານ ປ້ານ ນ້ອຍມະນີ ກໍາມະການສູນກາງພັກ ເລຂາຄະນະພັກ ສູນກາງສະຫະພັນກຳມະບານລາວ, ມີເລຂາຄະນະພັກ, ຄະນະພັກ, ເລຂາ, ຮອງເລຂໜ່ວຍພັກ, ພ້ອມທັງສະມາຊິກພັກ ພາຍໃນສູນກາງສະຫະພັນກຳມະບານລາວເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຄະນະບໍລິຫານງານສູນກາງພັກສະໄໝ ທີ 10 ໂດຍ ເລຂາຄະນະພັກສູນກາງສະຫະພັນກຳມະບານລາວ ຊຶ່ງກໍ່ໄດ້ຍົກໃຫ້ເຫັນຜົນສຳເລັດຂອງການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ 10 ຂອງພັກປະຊາຊົນ ປະຕິວັດລາວ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດຂອງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຄຸ້ມຄອງທີ່ດິນ, ການແກ້ໄຂການຫົ່ວໄຫຼຂອງລາຍຮັບງົບປະມານຂອງຊາດ ພ້ອມດ້ວຍວຽກງານອື່ນໆອີກຈຳນວນໜຶ່ງ.
ໃນກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດ ແຍກ ແລະ ແຕ່ງຕັ້ງໜ່ວຍພັກ ກົມພົວພັນຕ່າງປະເທດ ສູນກາງສະຫະພັນກຳມະບານລາວ, ຊຶ່ງເມື່ອກ່ອນແມ່ນຂຶ້ນກັບໜ່ວຍພັກຫ້ອງການ ພ້ອມທັງເລື່ອນຮັກສາການເລຂາໜ່ວຍພັກ ເປັນເລຂາໜ່ວຍພັກກົມຈຳນວນໜຶ່ງ. ຈາກນັ້ນ ຍັງໄດ້ຮັບຟັງການນຳສະເໜີມະຕິຂອງຄະນະພັກສູນກາງສະຫະພັນກຳມະບານລາວ, ວ່າດ້ວຍການກໍ່ສ້າງໜ່ວຍພັກແຂງຮູ້ນຳພາຮອບດ້ານ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ການກໍ່ສ້າງ ແລະ ປະເມີນຜົນການກໍ່ສ້າງໜ່ວຍພັກແຂງຮູ້ນຳພາຮອບດ້ານ ຈາກ ຮອງເລຂາຄະນະພັກ ສູນກາງສະຫະພັນກຳມະບານລາວ ແລະ ບົດແນະນຳວ່າດ້ວຍການກໍ່ສ້າງໜ່ວຍພັກແຂງຮູ້ນຳພາຮອບດ້ານ ຈາກຄະນະພັກ ສູນກາງສະຫະພັນກຳມະບານລາວ, ທັງໝົດນັ້ນ ກໍ່ເພື່ອເຮັດໃຫ້ແຕ່ລະໜ່ວຍພັກ ແລະ ບັນດາສະມາຊິກພັກພາຍໃນ ສູນກາງສະຫະພັນກຳມະບານລາວ ໄດ້ຮັບຮູ້ເຊື່ອມຊຶມ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບປະສິດທິຜົນສູງ.
Editor: ດາວໄຊ ສີວິໄລ