ວັນທີ 7 ທັນວາ 2017 ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປລາວ ໄດ້ເປັນເຈົ້າພາບ ຈັດງານລ້ຽງອາຫານຄໍ່າ ທີ່ ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນປະສູດຂອງ ສົມເດັດ ພະເຈົ້າຈັກກະພັດ ແຫ່ງປະເທດ ຍີ່ປຸ່ນ ທ່ານ ອະກິລິໂຕະ ຄົບຮອບ 84 ພັນສາ ທີ່ກໍາລັງຈະມາເຖິງ ໃນວັນທີ 23 ທັນວານີ້ ໂດຍມີ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ອົງການຈັດຕັ້ງຕ່າງໆ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມພາຍໃນງານ.
ໃນພິທິີ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປລາວ ໄດ້ກ່າວຄໍາປາໄສ ຊຶ່ງຍົກໃຫ້ເຫັນເຖິງສາຍພົວພັນ ລາວ - ຍີ່ປຸ່ນ, ເຊິ່ງໃນປີນີ້ທັງສອງປະເທດ ກໍ່ໄດ້ຍົກລະດັບສາຍພົວພັນ ມາເປັນຄູ່ຮ່ວມມືຍຸດທະສາດ ແລະ ທ່ານຍັງໄດ້ກ່າວເຖິງການຢ້ຽມຢາມຂອງການນໍາຂັ້ນສູງ ທາງດ້ານການເມືອງ, ໂດຍສະເພາະການຢ້ຽມຢາມ ປະເທດຍີ່ປຸ່ນ ຢ່າງເປັນທາງການຂອງ ພະນະ ທ່ານ ທອງລຸນສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປລາວ, ໃນເດືອນມິຖຸນາຜ່ານມາ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ແຜນການຮ່ວມມືເພື່ອການພັດທະນາລາວ - ຍີປຸ່ນ ເພື່ອການພັດທະນາທີ່ຍືນຍົງຂອງ ສປປລາວ.
ໃນປີນີ ທ່ານເອກອັກຄະລັດຖະທູດ ຍີ່ປູ່ນ ປະຈໍາ ສປປລາວ ຍັງໄດ້ມອບລາງວັນ ໃຫ້ແກ່ບຸກຄະລາກອນ 4 ທ່ານ ເພື່ອຊົມເຊີຍຜົນງານການປະກອນສ່ວນ ເຂົ້າສູ່ການເສີມຂະຫຍາຍສາຍພົວພັນ ແລະ ມິດຕະພາບລະຫວ່າງປະເທດຍີ່ປຸ່ນ ແລະ ສປປລາວ ທີ່ໄດ້ປະກອບສ່ວນເຂົ້າໃນການເຜີຍແຜ່ ສີລະປະ ການຕໍ່າຜ້າພື້ນເມືອງລາວ ແລະ ການກໍ່ສ້າງສູນອົບຮົມວິຊາຊີບ ຫ້ວຍຫົງ ເພື່ອການພັດທະນາ ສັກກະຍະພາບແມ່ຍິງລາວ ແລະ ການປະກອບສ່ວນຂ່ວຍເຫຼືອການຝຶກອົບຮົມຕ່າງໆເຊັ່ນ: ການເສີມສວຍ, ການເຮັດອາຫານ, ການຕໍ່າຫູກ ໃຫ້ນັກຮຽນລາວ ຕະຫຼອດໄລຍະ 30 ປີຜ່ານມາ ມີນັກຮຽນຈໍານວນ 2000 ກວ່າຄົນ ທີ່ຈົບຈາກສູນຝືກອົບຮົມດັ່ງກ່າວ.ແລະ ໄດ້ໃຫ້ການສະນັບສະໜູນ ຈັດງານຫັດຖະກໍາ ໃນທຸກໆປີ, ລວມທັງ ການຮ່ວມມື ກັບນັກອອກແບບ ກ່ຽວກັບ ລາຍຜ້າລາວ ແລະ ເຜີຍແຜ່ຄວາມງາມ ແລະ ຄວາມຫຼາກຫຼາຍ ຜົນງານຂອງຫັດຖະກໍາລາວ ໃຫ້ແກ່ຄົນຍີ່ປຸ່ນໄດ້ຮັບຮູ້. ນອກນັ້ນ ພາຍໃນງານຍັງມີການວາງສະແດງຮູບພາບ ສາຍພົວພັນຮ່ວມື ລາວ - ຍີ່ປຸ່ນ ແລະ ກິດຈະກໍາຕ່າງໆຂອງສະຖານທູດ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ