ເນື່ອງໃນວັນຊາດທີ 02 ທັນວາ ຄົບຮອບ 42ປີ ແລະ ວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 97ປີແລະ ວັນສໍາຄັນຕ່າງໆຂອງຊາດດັ່ງນັ້ນ ຢູ່ທີ່ ສະໂມສອນຫ້ອງວ່າການປົກຄອງ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເພື່ອລະນຶກ ແລະ ຮູ້ບຸນຄຸນຕໍ່ພະນັກງານປະຕິວັດອາວູໂສບຳນານ ເພື່ອຂໍທິດຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ພາຍໃນເມືອງດ້ານດີ ແລະ ຂໍ້ຄົງຄ້າງ ,ໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກວ່າການເລຂາພັກເມືອງ, ເຈົ້າເມືອງເຊໂປນ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,ຫົວໜ້າ,ຄະນະຫ້ອງການອອ້ມຂ້າງເມືອງ, ຫົວໜ້າຈຸດສຸມ ພ້ອມດ້ວຍພະນັກງານປະຕິວັດອາວຸໂສ - ບໍານານເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ວົງໄຊ ໄຊຍະຈັກ ໄດ້ໃຫ້ກຽດຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຜ່ານມາໂດຍຫຍໍ້ຫຼັງຈາກນັ້ນບັນດາແຂກເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນ ແລະ ເພື່ອເປັນການຢ້ຽມຢາມ ແລະ ຮູ້ບຸນຄຸນຕໍ່ ພະນັກງານປະຕິວັດອາວຸໂສ - ບໍານານຄະນະພັກປົກຄອງ ເມືອງເຊໂປນ ຈຶ່ງໄດ້ມີຂອງຂວັນຈໍານວນໜຶ່ງ ມອບໃຫ້ ບັນດາທ່ານອາດີດການນໍາຈໍານວນ 17 ທ່ານ.
Editor: ກຳປານາດ ລັດຖະເຮົ້າ