ໃນອາທິດຜ່ານມາ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ທີ່ ໄດ້ໜູນວຽນມາຄົບຮອບອີກວາລະໜຶ່ງ ກໍ່ຄື ວັນທີ 2 ທັນວາ 1975 ຫາ 2 ທັນວາ 2017 ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ 13 ທັນວາ 1920-13 ທັນວາ 2017 ຄົບຮອບ 97 ປີ, ຄະນະການນໍາ ເມືອງເຊໂປນ ພ້ອມດ້ວຍພະນັກງານ ກໍ່ໄດ້ເຂົ້າວາງພວງມາ ແລະ ກະຕ່າດອກໄມ້ຢູ່ອະນຸສາວະລີ ແລະ ອະນຸສອນສະຖານ ປະທານໄກສອນ ພົມວິຫານ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ ໃນນັ້ນມີກຸ່ມຄະນະພັກ, ຄະນະປົກຄອງເມືອງ ນໍາພາໂດຍ ທ່ານວົງໄຊ ໄຊຍະຈັກ ວ່າການເລຂາພັກເມືອງ, ເຈົ້າເມືອງເຊໂປນ, ມີ ກຸ່ມວັດທະນະທໍາ-ສັງຄົມ, ກຸ່ມເສດຖະກິດ ແລະ ກຸ່ມ ປ.ກ.ຊ-ປ.ກ.ສ, ນັກຮຽນນັກສຶກສາ, ໃນພີທີທ່ານເຈົ້າ ເມືອອງເຊໂປນ ກໍ່ໄດ້ຂື້ນກ່າວບົດສະດຸດີ ຕໍ່ໜ້າ ຮູບຫຼໍ່ ປະທານໄກສອນ ພົມວິຫານ ຊື່ງມີບາງຕອນ ທ່ານກ່າວວ່າ: ໃນຖານະຜູ້ສຶບທອດພາລະກິດປະຕິວັດ ຈະຮໍ່າຮຽນເອົາແບບຢ່າງຄຸນສົມບັດ ທາດແທ້ປະຕິວັດ ຄວາມຈົ່ງຮັກພັກດີຕໍ່ຊາດ - ຕໍ່ພັກ - ຕໍ່ປະຊາຊົນ ມີຄວາມເດັດດ່ຽວໜ່ຽວແໜ້ນ ມີຄວາມຊື່ສັດປອດໃສຂາວສະອາດຢ່າງແທ້ຈິ່ງ, ເດັດດ່ຽວຢືດໝັ້ນ ໃນເສັ້ນທາງ ແລະ ຈຸດໝາຍສັງຄົມນິຍົມປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸຕິທໍາ ແລະ ສິວິໄລ, ເພີ່ມທະວີຄວາມສາມັກຄີເປັນປືກແຜ່ນຂອງປວງຊົນຮອບດ້ານ, ປ້ອງກັນເອກະລາດອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ.
Editor: ກຳປານາດ ລັດຖະເຮົ້າ