ເປີດງານວາງສະແດງຮູບພາບມິດຕະພາບພິເສດລາວ - ຫວຽດນາມ : ໃນຕອນ ເຊົ້າຂອງວັນທີ 6 ທັນວາ 2017, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ສໍານັກຂ່າວສານປະເທດລາວ ຮ່ວມກັບສໍານັກຂ່າວ ສານຫວຽດນາມ ໄດ້ຈັດພີທີເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ ສາຍພົວພັນລາວ - ຫວຽດນາມຫນັກແຫນ້ນ, ຢືນຢົງກວ່າພູເຂົາກ້າ, ກວ່າ ແມ່ນໍ້າລໍາເຊ ” ພາຍໃຕ້ການເປັນປະທານຂອງ ທ່ານ ສະຫວັນຄອນ ຣາດຊະມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ໂດຍມີທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ທ່ານ ຫວຽນດຶກເລີຍ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານຫວຽດນາມ ພ້ອມດ້ວຍຜູ້ຕາງຫນ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ຫວຽນ ດຶກເລີຍ, ຜູ້ອໍານວຍການໃຫຍ່ສໍານັກຂ່າວ ສານຫວຽດນາມ ໄດ້ມີຄໍາເຫັນວ່າ : ຮູບພາບທີ່ນໍາມາວາງສະແດງໃນຄັ້ງນີ້ ເປັນຮູບພາບທີ່ສະແດງໃຫ້ເຫັນເຖິງເຫດການສໍາຄັນຕ່າງໆ, ຜົນງານອັນໂດດ ເດັ່ນທີ່ການນໍາພັກ, ລັດ ແລະ ປະຊາຊົນສອງຊາດຍາດມາໄດ້ໃນສະໄຫມຕໍ່ ສູ້ຕ້ານກັບພວກຈັກກະພັດລ່າຫົວເມືອງຂື້ນທັງແບບເກົ່າ ແລະ ແບບໃຫມ່, ລວມເຖິງຄວາມງົດງາມດ້ານພູມສັນຖານ, ວັດທະນະທໍາ ແລະ ວິຖີການດໍາ ລົງຊີວິດຂອງປະຊາຊົນສອງປະເທດ. ຮູບພາບຕ່າງໆມີທັງພາບສີ ແລະ ຂາວດໍາ ແມ່ນຜ່ານມຸມມອງຂອງຊ່າງພາບຈາກສອງສໍານັກຂ່າວສານ ລາວ - ຫວຽດນາມ, ເພື່ອເພີ່ມທະວີຄວາມຮັກແພງ ແລະ ຄວາມເຂົ້າໃຈ ກ່ຽວກັບມູນເຊື້ອວັດທະນະທໍາ ແລະ ສາຍພົວພັນມິດຕະພາບ ພິເສດ ລາວ -ຫວຽດນາມ. ກ່ອນໜ້ານີ້ 10 ວັນ, ງານວາງສະແດງຮູບພາບທີ່ມີເນື້ອໃນ ດຽວກັນນີ້ ກໍ່ໄດ້ເປີດຂື້ນທີ່ ນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ, ຊຶ່ງສາ ມາດດຶງດູດຄວາມສົນໃຈຈາກການນໍາພັກ - ລັດ ແລະ ປະຊາຊົນຫວຽດ ນາມຢ່າງຫຼວງຫຼາຍ. ທ່ານ ສະຫວັນຄອນ ຣາດຊະມຸນຕີ ຮອງລັດຖະມົນ ຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ : ການໄຂງານວາງສະແດງຮູບພາບໃນຄັ້ງນີ້ ນອກຈາກຈະເພີ່ມທະວີຄວາມ ຮັກແພງສາມັກຄີ ແລະ ຄວາມເຂົ້າໃຈກ່ຽວກັບມູນເຊື້ອວັດທະນະທໍາ ແລະ ສາຍພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ ແລ້ວ, ຍັງເປັນກິດຈະກໍາໜຶ່ງທີ່ປະກອບສ່ວນ ເພື່ອສະເຫລີມສະ ຫລອງ 2 ວັນປະຫວັດສາດລາວ - ຫວຽດນາມຄື: ວັນສ້າງຕັ້ງສາຍພົວພັນ ທາງການທູດຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ ລວມທັງ ເພື່ອເເລກປ່ຽນບົດຮຽນ, ແລະ ໃຫ້ ການຊ່ວຍເຫລືອທາງດ້ານວຽກງານວິຊາສະເພາະ ກໍ່ຄືໃນດ້ານອື່ນໆຂອງສໍາ ນັກຂ່າວສານຫວຽດນາມ ໃຫ້ແກ່ສໍານັກຂ່າວສານປະເທດລາວ ແລະ ທັງເພື່ອ ເປັນການຮັດແຫນ້ນຄວາມສາມັກຄີ ລະຫວ່າງ ສອງສໍານັກຂ່າວສານລາວ ແລະ ຫວຽດນາມ. ທ່ານ ສະຫວັນຄອນ ຣາດຊະມຸນຕີ ຍັງໃຫ້ຮູ້ຕື່ມວ່າ : ການຈັດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້ ສາຍພົວພັນລາວ - ຫວຽດ ນາມຫນັກແຫນ້ນ, ຢືນຢົງກວ່າພູເຂົາກ້າ, ກວ່າແມ່ນໍ້າລໍາເຊ ໃນຄັ້ງນີ້ ແມ່ນຈັດຂຶ້ນ ໃນໂອກາດທີ່ ຄະນະຜູ້ແທນຂັ້ນສູງຂອງສໍານັກຂ່າວສານຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວລະຫວ່າງ ວັນທີ 5 ຫາວັນທີ 9 ທັນວານີ້ ເພື່ອເປັນການເປີດໂອກາດເຮັດໃຫ້ ພະນັກງານສະມາຊິກພັກ ແລະ ປະຊາຊົນສອງຊາດເຂົ້າໃຈຄົບຖ້ວນ ແລະ ເລິກເຊິ່ງກວ່າເກົ່າ ກ່ຽວກັບພາ ລະບົດບາດ ແລະ ຄວາມຫມາຍຄວາມສໍາຄັນຂອງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ - ຫວຽດນາມ, ຫວຽດນາມ - ລາວ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ