ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ແນະນຳການຈັດຕັ້ງປະຕິບັດ ດຳ ລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂຶ້ນ ໃນອາທິດຜ່ານມາ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດ, ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ບັນດາກົມ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ, ບັນ ດາແຂວງ ແລະ ນະຄອນຫຼວງ, ທີ່ ປະຊຸມໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມ ການບັນຍາຍເອກະສານຈາກ ທ່ານ ປອ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບເນື້ອການແນະນຳໃນການຈັດຕັ້ງປະຕິບັດດຳລັດ. ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະ ຖານພັດທະນາ. ທີ່ນຳໃຊ້ໃນສະພາບການພາຍໃນ ແລະ ແວດລ້ອມສາກົນໃໝ່ ໃນການຍູ້ແຮງການພັດທະນາ ເວົ້າລວມ, ເວົ້າສະເພາະ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ປະເທດເຮົາ ໃນສະເພາະໜ້າ ແລະ ຍາວນານ; ແນະນຳທາງດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດດຳລັດ ເລກທີ 348/ລບ, ລົງວັນທີ 16 ພະຈິກ 2017 ແລະ ການກະກຽມກວດກາ-ປະເມີນ ມາດຕະຖານພົ້ນທຸກ ແລະ ພັດທະນາທົ່ວປະເທດ ໃນປີ 2018; ແນະນຳກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງເລກທີ. ວ່າດ້ວຍ: ການຮັບຮອງການກຳ ນົດຈຸດສຸມພັດທະນາທີ່ເປັນບູລິມະສິດ ໄລຍະ 2016-2020 ແລະ ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ກ່ຽວ ກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ແຜນການລົງທຶນຂອງລັດ ປີ 2018.
ໃນໂອກາດດຽວກັນນີ້, ທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກ ການສ້າງພື້ນຖານການເມືອງທີ່ໜັກແໜ້ນ ແລະ ສືບຕໍ່ວຽກງານ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງນຳພາຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍໃນການພັດທະນາ; ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຕ້ອງເບິ່ງຄືນ; ການກຳນົດມາດຕະຖານພົ້ນທຸກແຕ່ລະດ້ານ ໃຫ້ເລິກເຊິ່ງເຊັ່ນ: ມາດຕະຖານຂອງຄອບຄົວພົ້ນທຸກ; ມາດຕະຖານບ້ານພົ້ນທຸກ ແລະ ເມືອງພົ້ນທຸກ, ຕ້ອງຕີລາຄາຜົນຂອງການເກັບກຳໃຫ້ຖືກຕ້ອງ. ຄຽງຄູ່ກັນນີ້ກໍ່ຕ້ອງໄດ້ເອົາໃຈໃສ່ຍູ້ແຮງການຜະລິດເປັນສິນຄ້າ ສ້າງເປັນອຸດສາຫະກຳ ທີ່ ທັນສະໄໝເທື່ອລະກ້າວ, ພ້ອມທັງເບິ່ງຄືນຄາດໝາຍຂອງການພັດທະນາ, ມາດຖານການສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ. ກ່ອນອື່ນໝົດຕ້ອງເລັ່ງແກ້ໄຂເສັ້ນທາງເຂົ້າເຖິງໃຫ້ໄດ້ ເຖິງວ່າຈະຢູ່ຫ່າງໄກສອກຫຼີກກໍ່ຕາມ. ສ່ວນຈຸດສຸມ ສ້າງແຜນພັດທະນາໃຫ້ເລີ່ມຈາກທ່າແຮງບົ່ມຊ້ອນທຳມະຊາດ, ລະດັບພູມສັນຖານ, ລະດັບຄວາມສາມາດຂອງຄົນ ດ້ານຈິນຕະນາການ ແລະ ພື້ນຖານໂຄງລ່າງມີຄວາມພ້ອມ, ເມື່ອວາງແຜນຈຸດສຸມແລ້ວຕ້ອງປະຕິບັດໃຫ້ເກີດຜົນເປັນຈິງ.
Editor: ກຳປານາດ ລັດຖະເຮົ້າ