ເພື່ອສະເຫຼີມສະຫຼອງ ຜົນງານການຮ່ວມມືການຈັດຕັ້ງປະຕິບັດ ເຄື່ອນໄຫວວຽກງານອັນພົ້ນເດັ່ນຂອງ ສອງສະພາວິທະຍາສາດ ແລະ ເຕັກໂນໂລຊີລາວ-ຫວຽດນາມ ໃນການເຮັດວຽກຮ່ວກັນ ໃນໄລຍະຜ່ານມາ ນອກນັ້ນຍັງເປັນນິມິດໝາຍອັນດີ ໃນການປະກາດຍ້ອງຍໍ ແລະ ປະດັບຫລຽນໄຊໃຫ້ແກ່ບັນດາ ຜູ້ທີ່ມີຄຸນງາມຄວາມດີ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ໃຫ້ກຽດເປັນປະທານໃນພິທີມີ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ປະທານສະພາວິທະຍາສາດ ແລະ ເຕັກໂນໂລຊີ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີ ທ່ານ ເຈົາວັນມິງ ກໍາມະການສູນກາງພັກ ປະທານສະພາວິທະຍາສາດ ແລະ ເຕັກໂນໂລຊີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເຂົ້າຮ່ວມມີ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປລາວ, ມີຫົວຫນ້າກົມ, ສະຖາບັນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ມີການຜ່ານໃບມອບສິດ ແລະ ອ່ານລັດຖະດໍາລັດຂອງ ປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍ, ການປະດັບຫລຽນໄຊມິດຕະພາບ ໃນແກ່ ທ່ານ ສາດສະດາ ເຈົາວັນມິງ ກໍາມະການສູນກາງພັກ ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ແລະ ໄດ້ອ່ານດໍາລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການປະດັຫລຽນກາມິດຕະພາບ ໃຫ້ພະນັກງານຂອງ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ເປັນໃຫ້ກຽດຂື້ນປະດັບຫລຽນໃນຄັ້ງນີ້ໂດຍ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ປະທານສະພາວິທະຍາສາດ ແລະ ເຕັກໂນໂລຊີ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປລາວ.
ໃນຕອນທ້າຍພິທີ ທ່ານ ສາດສະດາ ເຈົາວັນມິງ ກໍໄດ້ຂື້ນກ່າວ ຄວາມຮູ້ສຶກ, ກ່ອນອື່ນທ່ານ ໄດ້ສະແດງຄວາມຮູ້ບຸນຄຸນ ເປັນຢ່າງສູງ ຕໍ່ການຍ້ອງຍໍຊົມເຊີຍຂອງ ລັດຖະບານ ແຫ່ງ ສປປລາວ ໃນຄັ້ງນີ້ ແລະ ທ່ານຍັງຍັງກ່າວຕື່ມອີກວ່າ ຈະສືບຕໍ່ ເຮັດໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດວຽກງານ ຂອງສະພາວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ຫວຽດນາມ ນັບມືນັບເຂັ້ມແຂງ ແລະ ມີຜົນສໍາເລັດເປັນກ້າວໆ.
Editor: ກຳປານາດ ລັດຖະເຮົ້າ