ໃນຕອນບ່າຍຂອງວັນທີ 5 ທັນວາ 2017 ທີ່ ສະຖາບັນນິເວດວິທະຍາ ແລະ ຊີວະເຕັກໂນໂລຊີ ຫຼັກ 14 ນະຄອນຫຼວງວຽງຈັນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດ ພິທີມອບ - ຮັບ ສູນວິໄຈ - ທົດລອງ ວິທະຍາສາດຂື້ນ, ໂຄງການດັ່ງກ່າວ ແມ່ນການຊ່ວຍເຫຼືອລ້າຂອງລັດຖະບານ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ຍ້ອນຄວາມເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນຈາກ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປລາວ, ທ່ານ ສາດສະດາຈານ ເຈົາວັນມິງ ກໍາມະການສູນກາງພັກ ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເຂົ້າຮ່ວມມີ ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປລາວ, ມີບັນດາຮອງລັດຖະມົນຕີ, ຫົວຫນ້າກົມ, ສະຖາບັນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ພິທີມອບຮັບ ສູນວິໄຈ - ທົດລອງວິທະຍາສາດ ໃນຄັ້ງນີ້ ຖືວ່າມີຄວາມສໍາຄັນ ແລະ ເປັນປະໂຫຍດຢ່າງຫຼວງຫລາຍ ຕໍ່ວຽກງານຄົ້ນຄົ້ວ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ສະພາວິທະຍາສາດ ແຫ່ງຊາດ ສປປລາວ, ໂດຍການຊ່ວຍເຫຼືອລ້າຈາກ ສສ ຫວຽດນາມ, ຜ່ານການລາຍງານໃຫ້ຮູ້ວ່າ: ໂຄງການເພີ່ມທະວີຄວາມອາດສາມາດ ໃນການຄົ້ນຄົ້ວ ແລະ ພັດທະນາວິທະຍສາດ ແລະ ເຕັກໂນໂລຊີ ໃຫ້ແກ່ ສະພາວິທະຍາສາດແຫ່ງຊາດ ສປປລາວ ໄດ້ຮັບການພິຈາລະນາ ໂຄງການ ມີອາຍຸ 2 ປີ ແຕ່ປີ 2016 – 2018 ມູນຄ່າການກໍ່ສ້າງແມ່ນ 63 ຕື້ດົ້ງ ໂດຍການຮ່ວມມື ຈັດຕັ້ງປະຕິບັດໂຄງການໂດຍ ສະຖາບັນທໍລະນີສາດ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຮ່ວມກັບ ສະພາວິທະຍາສາດແຫ່ງຊາດ ສປປລາວ, ເປົ້າໝາຍຂອງໂຄງການໃນເບື້ອງຕົ້ນ ແນໃສ່ ເພີ່ມຄວາມອາດສາມາດ ໃນການຄົ້ນວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃນຂົງເຂດວິທະຍາສາດ, ທໍລະນີສາດ ວິທະຍາສາດ ສິ່ງທີ່ມີຊີວິດ, ເຄມີ, ຊີວະ ເພື່ອຕອບສະໜອງທິດທາງ ໃນການພັດທະນາ ວຽກງານວິທະຍາສາດ ຂອງລາວເຮົາ ທັງເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ອີກດ້ວຍ.
ໃນພິທີຍັງໄດ້ມີການມອບ ໃບຢັ້ງຢືນ ໃຫ້ແກ່ນັກສໍາມະນາກອນ ພ້ອມທັງຕັດແຖບຜ້າ ແລະ ເຊີນປະທານພິທີ ພ້ອມດ້ວຍຄະນະ ແລະ ບັນດາແຂກ ທ່ຽວຊົມພາຍໃນອາຄານ ສູນວິໄຈ - ທົດລອງວິທະຍາສາດ ຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ