ທ້າຍອາທິດ ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບ ຮອບ 42 ປີ (2/12/1975 -2/12/2017) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິ ຫານ ຄົບຮອບ 97 ປີ (13/12/ 1920-13/12/2017) ຂຶ້ນ ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໂດຍການ ປາຖະກະຖາຂອງ ທ່ານ ນ. ໃບຄຳ ຂັດທິຍະ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງຊາດລາວ ແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫຼາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ ຍົກໃຫ້ເຫັນຜົນສໍາເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະ 42 ປີ..ໃນໂອກາດວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 97 ປີ ທີ່ຈະມາເຖິງນີ້, ທ່ານ ນ. ໃບຄຳ ຂັດທິຍະ ຍັງໄດ້ຍົກໃຫ້ເຫັນປະຫວັດຜົນງານ ແລະ ຄຸນງາມຄວາມດີຂອງທ່ານ. ເຊິ່ງທ່ານແມ່ນລູກຮັກຫລານແພງ ຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບຸລຸດ, ຜູ້ນໍາຂອງພັກ-ລັດ ທີ່ ປີຊາສາມາດ, ສະຫລາດສ່ອງໃສ ແລະ ສະດຸ້ງໄວ. ທີ່ພະນັກງານ, ສະມາຊິກພັກ, ປະຊາຊົນລາວ ບັນດາເຜົ່າ ຕ້ອງຕັ້ງໜ້າຮໍ່າຮຽນ ແລະ ສືບທອດມໍລະດົກອັນລໍ້າຄ່າ, ຕ້ອງສືບຕໍ່ສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາ ການຢ່າງແຂງແຮງດ້ວຍການສັງລວມເອົາທັດສະນະແນວຄິດ, ຄຸນທາດການເມືອງ ແລະ ຄຸນ ສົມບັດສີນທໍາປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເປັນແບບຢ່າງດ້ານການເຝິກຝົນຫລໍ່ຫລອມ ໃຫ້ສະມາຊິກພັກ, ພະນັກງານ ໃຫ້ກາຍເປັນພື້ນຖານ ແນວຄິດ-ທິດສະດີຂອງພັກ. ເດັດດ່ຽວຢຶດໝັ້ນໃນເສັ້ນທາງ ແລະ ຈຸດໝາຍຂອງການປະຕິວັດນັ້ນຄື ຈຸດໝາຍສັງຄົມນິຍົມ, ປະຕິວັດສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸຕິທໍາ ແລະ ສີວິໄລ.
Editor: ກຳປານາດ ລັດຖະເຮົ້າ