ໃນວັນທີ 1 ທັນວາ 2017 ນີ້ ຢູ່ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ມີພິທີເຊື່ອມຊຶມບັນດາເອກະສານສໍາຄັນຕ່າງໆຂອງພັກ-ຂອງຊາດເປັນຕົ້ນ: ເຜີຍແຜ່ເນື້ອໃນເອກະສານຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່, ເລົ່າຄືນມູນເຊື້ອວັນມະຫາປະຕິວັດເດືອນຕຸລາລັດເຊຍຄົບຮອບ 100 ປີ (7/11/1917-7/11/2017) ແລະ ວັນຄ້າຍວັນເກີດ ທ່ານ ຟຣິດຣິກ ອັງແກນ ຄົບຮອບ 197 ປີ (28/11/1820-28/11/2017) ໃຫ້ກຽດເລົ່າຄືນໂດຍມີບັນດາຄະນະພັກ-ຄະນະພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ບຸນທົງ ຖິ່ນດອນໂຂງ ໄດ້ຍົກໃຫ້ເຫັນເຖິງສະພາບລວມກ່ຽວກັບການຄຸ້ມຄອງທີ່ດິນໃນໄລຍະຜ່ານມາ ແລະ ທິດທາງຕົ້ນຕໍໃນການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່. ພ້ອມນີ້, ກໍໄດ້ຮັບຟັງມູນເຊື້ອວັນມະຫາປະຕິວັດເດືອນຕຸລາລັດເຊຍຄົບຮອບ 100 ປີ ຈາກທ່ານ ສຸບັນ ເດສົມພອງ ປະທານກວດກາຄະນະພັກຮາກຖານ, ຮອງພະແນກ ຖວທ ແຂວງເຊກອງ ເຊິ່ງເປັນວັນແຫ່ງໄຊຊະນະຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານຣັດເຊຍ ໂດຍມີພັກໂບນເຊວິກ ແລະ ທ່ານ ເລນິນ ເປັນຜູ້ນໍາໜ້າໃນການຢຶດອໍານາດ ແລະ ສ້າງຕັ້ງລັດສັງຄົມນິຍົມລັດທໍາອິດໃນໂລກ ເຊິ່ງເປັນຂີດໝາຍອັນສໍາຄັນທີ່ບໍ່ມີວັນລືມໄດ້. ນອກນັ້ນ, ຍັງໄດ້ຮັບຟັງປະຫວັດຄວາມເປັນມາຂອງ ທ່ານ ຟຣິດຣິກ ອັງແກນ ຈາກ ທ່ານ ຈັນເສີນ ແດນວິໄລ ຫົວໜ້າຂະແໜງກວດກາພັກ-ລັດ ພະແນກ ຖວທ ຕື່ມອີກ. ທັງນີ້, ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກ ຖວທ ແຂວງເຊກອງ ໄດ້ຮັບຮູ້ເຖິງຄວາມໝາຍຄວາມສໍາຄັນຂອງ ບັນດາເອກະສານຕ່າງໆທີ່ສໍາຄັນຂອງພັກ-ຂອງຊາດ, ຮັບຮູ້ເຊື່ອມຊຶມປະຫວັດຄວາມເປັນມາ ແລະ ຄວາມໝາຍສຳຄັນຂອງ ວັນມະຫາປະຕິວັດເດືອນຕຸລາລັດເຊຍ ຄົບຮອບ 100 ປີ ແລະ ວັນຄ້າຍວັນເກີດ ທ່ານ ຟຣິດຣິກ ອັງແກນ ຢ່າງເລິກເຊິ່ງ ທັງເປັນການສຶກສາອົບຮົມ ການເມືອງນໍາພາແນວຄິດ ໃຫ້ບັນດາສະມາຊິກພັກ-ພະນັກງານ ມີຄວາມສາມັກຄີ, ຮັກບ້ານເກີດເມືອງນອນ ແລະເປັນເຈົ້າການປະຕິບັດໜ້າທີ່ວຽກງານຕ່າງໆໃຫ້ມີການພັດທະນາດີຂຶ້ນກວ່າເກົ່າ.
Editor: ກຳປານາດ ລັດຖະເຮົ້າ