ໃນຕອນເຊົ້າຂອງມື້ນີ້ ທ່ານ ສາດສະດາຈານ. ດຣ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ບັນດິດ ສາດສະດາຈານ ເຈົາ ວັນ ມິງ ກໍາມະການສູນກາງພັກ ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ ສປປລາວ.
ດັ່ງທີ່ຮູ້ກັນແລ້ວວ່າ ສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແມ່ນສາຍພົວພັນທີ່ເປັນມູນເຊື້ອ ແລະ ມີມາແຕ່ຍາວນານ ຈົນຮອດປະຈົນບັນ ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ - ຫວຽດນາມ ຍິ່ງໄດ້ຮັບການ ການເຕີມໃຫຍ່ຂະຫຍາຍຕົວ ໃນທຸກໆດ້ານ, ເວົ້າສະເພາະແມ່ນ ຄວາມສາມັກຄີ ລະຫວ່າງ ສະຖາບັນດິດວິທະທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ແລະ ສະພາວິທະຍາສາດແຫ່ງຊາດ ກໍຄື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງລາວ, ການຢ້ຽມຢາມ ແລະ ພົບປະຄັ້ງນີ້ ແມ່ນເພື່ອຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ ແລະ ຜັນຂະຫຍາຍສັນຍາຮ່ວມມື ທີ່ສອງຝ່າຍໄດ້ລົງນາມກັນ ໃນການພົບປະຄັ້ງທີ່ຜ່ານມາ ໃນເດືອນ ພຶດສະພາ 2017 ທີ່ນະຄອນ ດາໜັ້ງ ສສ ຫວຽດນາມ ພ້ອມກັນນີ້ ກໍ່ເພື່ອປຶກສາຫາລືການຮ່ວມມື ລະຫວ່າງ ສອງສະພາ ວິທະຍາສາດ ລາວ-ຫວຽດນາມ.
ໃນໄລຍະຜ່ານມາ ທັງສອງຝ່າຍລາວຫວຽດນາມ ກໍ່ໄດ້ມີການແລກປ່ຽນຜູ້ນໍາຂັ້ນສູງ ແລະ ຄະນະວິຊາການຢ່າງເປັນປະຈໍາ ໄດ້ມີໂຄງການຄົ້ນຄົ້ວຮ່ວມກັນ ທີ່ພົ້ນເດັ່ນທີ່ສຸດ ແມ່ນໃນປີ 2016 ຜ່ານມາ ໂຄງການສ້າງຄວາມສາມາດ ໃນການຄົ້ນຄົ້ວ ວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ແກ່ສະພາວິທະຍາສາດແຫ່ງຊາດ ໄດ້ຮັບການອະນຸມັດຈາກສອງ ລັດຖະບານ ລາວ - ຫວຽດນາມ ສອງຝ່າຍຄະນະຄຸ້ມຄອງໂຄງການ ໄດ້ມີຄວາມພະຍາຍາມ ປະສານ ສົມທົບ ຮ່ວມມື ເພື່ອຮ່ວມກັນເປັນເຈົ້າການຜັນຂະຫຍາຍ ເນື້ອໃນໂຄງການຈຶ່ງເຮັດໃຫ້ມີການມອບ - ຮັບ 2 ຫ້ອງທົດລອງ ທີ່ຈະຈັດຂື້ນໃນຕອນບ່າຍຂອງມື້ນີ້ ນອກນັ້ນຍັງມີກິດຈະກໍາອື່ນໆ ຂອງໂຄງການ ທີ່ກໍາລັງຜັນຂະຫຍາຍ ແລະ ຄາດວ່າຈະສໍາເລັດໃນໄວ້ໆນີ້.
ການການພົບປະຄັ້ງນີ້ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ພ້ອມນັ້ນ ທ່ານ ສາດສະດາຈານ. ດຣ ບໍ່ວຽງຄໍາວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປລາວ ຍັງໄດ້ສະເໜີ ໃຫ້ທັງສອງຝ່າຍ ລາວ - ຫວຽດນາມ ສືບຕໍ່ການຮ່ວມມືໃນການ ຍົກລະດັບພະນັກງານຂອງ ສປປລາວ, ສືບຕໍ່ເພີ່ມຈໍານວນອຸປະກອນໃຫ້ຄົບຊຸດ ຮ່ວມກັນນໍາໃຊ້ຄົນຄົ້ວ - ວິໄຈ ແລະ ຖ່າຍທອດສູ່ການພະລິດເປັນສີນຄ້າ, ສະເໜີໃຫ້ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໃຫ້ມີການສະໜັບສະໜູນການສ້າງແຜນແມ່ບົດ ໃນການສ້າງສວນພຶກສາສາດ ອານຸລັກຊີວະນາໆພັນ ເພື່ອເປັນບ່ອນສຶກສາຄົ້ນຄົ້ວຮຽນຮູ້ ໃຫ້ແກ່ຄົນຮຸ້ນຫຼັງ ແລະ ສະເໜີ ໃຫ້ມີການສ້າງໂຄງການຄົ້ນຄົ້ວຮ່ວມກັນ ເພື່ອຈັດຕັ້ງປະຕິບັດ ແລະ ນໍາໃຊ້ຫ້ອງທົດລອງ ທີ່ທາງ ສສ ຫວຽດນາມ ໄດ້ຊ່ວຍເຫຼື່ອໃນຄັ້ງນີ້ຕໍ່ໄປ.
Editor: ກຳປານາດ ລັດຖະເຮົ້າ