ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດໂຄງການສົ່ງເສີມປູກເຂົ້າໄກ່ນ້ອຍ ເປັນສິນຄ້າ ປະຈໍາປີ 2017. ໄດ້ຈັດຂື້ນໃນທ້າຍເດືອນ ພະຈິກ 2017 ນີ້ ຢູ່ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ຄໍາສີ ຈັນທະວົງສີ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານນາງ ດຣ. ໃຈ ບຸນພະນຸໄຊ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳແຫ່ງຊາດ, ມີບັນດາພະແນກການອ້ອມຂ້າງແຂວງ ມີຜູ້ຕາງນ້າຈາກໂຄງການ ລູລັສ, ອົງກອນຊີດ່າ, ໂຄງການຕາບີ່, ສະມາຄົມກຸ່ມຜະລິດ ແລະ ພະນັກງານພະແນກກະສິກຳ ແລະ ປ່າໄມ້ແຂວງເຂົ້າຮ່ວມ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້: ກໍ່ເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດໂຄງການສົ່ງເສີມປູກເຂົ້າໄກ່ນ້ອຍເປັນສິນຄ້າ ທີ່ເປັນບູລິມະສິດຂອງແຂວງ, ເພື່ອໃຫ້ຄະນະນຳຂັ້ນແຂວງ, ພະແນກການອ້ອມຂ້າງແຂວງ, ຂະແໜງການ, ໂຄງການ ແລະ ກຸ່ມເປົ້າໝາຍຮັບຮູ້ ແລະ ເຂົ້າໃຈຕໍ່ໂຄງການທັງມີສ່ວນຮ່ວມ ແລະ ມີຄຳຄິດຄຳເຫັນຊີ້ນຳຕໍ່ໂຄງການສົ່ງເສີມປູກເຂົ້າໄກ່ນ້ອຍເປັນສິນຄ້າ. ໃນກອງປະຊຸມຜູ້ຕາງໜ້າຈາກຂະແໜງການ, ໂຄງການ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຜັດປ່ຽນກັນຂື້ນລາຍງານດ້ານຕ່າງໆ. ເປັນຕົ້ນແມ່ນຜົນການຈັດຕັ້ງປະຕິບັດໂຄງການສົ່ງເສີມປູກເຂົ້າໄກ່ນ້ອຍເປັນສິນຄ້າທົ່ວແຂວງ ໄລຍະຜ່ານມາ ແລະ ສະເໜີທິດທາງຈຸດສຸມໃນຕໍ່ໜ້າ, ສະເໜີການຈັດຕັ້ງປະຕິບັດໂຄງການຍ່ອຍ ການຜະລິດເມັດພັນເຂົ້າໄກ່ນ້ອຍໂດຍທືນສະໜັບສະໜູນຈາກຕາບີ່, ຜົນຂອງການຈັດຕັ້ງປະຕິບັດ ການຍົກສະມັດຕະພາບການຜະລິດເຂົ້າໄກ່ນ້ອຍ, ເຕັກນິກ ແລະ ຕ່ອງໂສ້ຂອງການຜະລິດເມັດພັນເຂົ້າໄກ່ນ້ອຍ, ຜົນງານຂອງກຸ່ມສົ່ງເສີມການຜະລິດເຂົ້າໄກ່ນ້ອຍເປັນສິນຄ້າ ໂດຍການສະໜັບສະໜູນຈາກໂຄງການ ລູລັສ, ອົງກອນຊີດ່າ, ຮັບຟັງການລາຍງານຂອງກຸ່ມຜະລິດເມັດພັນເຂົ້າໄກ່ນ້ອຍລຸ່ນທີ 3, ສະມະຄົມຮ່ວມໃຈພັດທະນາກະສິກຳເຂດຄັງວຽງຕື່ມອີກ.
ຫຼັງຈາກນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສົນທະນາປະກອບຄຳຄິດຄຳເຫັນ ເພືອເຮັດໃຫ້ການຈັດຈຕັ້ງປະຕິບັດໂຄງການສົ່ງເສີມປູກເຂົ້າໄກ່ນ້ອຍເປັນສິນຄ້າ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບສູງຂື້ນກວ່າເກົ່າ. ໃນຕອນທ້າຍ ທ່ານນາງ ດຣ. ໃຈ ບຸນພະນຸໄຊ ໄດ້ຜ່ານນະໂຍບາຍການຕອງສະໜອງທາງດ້ານວິຊາການ ແລະ ສົ່ງເສີມຜະລິດເຂົ້າເປັນສິນຄ້າ ແລະ ທ່ານ ຄໍາສີ ຈັນທະວົງສີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ມີຄຳຄິດຄຳເຫັນ ກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈມາຍັງບັນດາທ່ານເຂົ້າຮ່ວມກອງປະຊຸມ ທີ່ພ້ອມກັນປະກອບຄຳຄິດຄຳເຫັນ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງສືບຕໍພ້ອມກັນຄົ້ນຄວ້າ-ປັບປຸງການຄັດເລືອກເມັດພັນເຂົ້າໄກ່ນ້ອຍ, ໃຫ້ພາກສ່ວນທີ່ກ່ຽວຂ້ອງສົມທົບກັນໃນການໃສ່ຊື້ເຂົ້າໄກ່ນ້ອຍໃຫ້ລະອຽດ, ເອົາໃຈໃສ່ດ້າໂພສະນາການຂອງບັນດາເຂົ້າໄກ່ນ້ອຍ, ການປຸງແຕ່ງ ແລະ ຫຸ້ມຫໍ່ຜະລິດຕະພັນເຂົ້າໄກ່ນ້ອຍໃຫ້ໄດ້ຄຸນນະພາບ,
ທີມຂ່າວແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ