ໃນວັນທີ 1 ທັນວາ 2017 ໄດ້ມີພິທີມອບ-ຮັບ ຢ່າງເປັນທາງການ ໂຄງການກໍ່ສ້າງຫໍພິພິທະພັນແຫ່ງຊາດ ຫລັງໃຫມ່ ເຊີ່ງໃນພິທີ ຖດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານມອບ-ຮັບ ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ສາດສະດາຈານ ປະລິນຍາເອກ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄະນະນໍາກະຊວງ, ກົມກອງ, ພະແນກການ, ແຂກທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນພິທີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕິ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂື້ນລາຍງານກ່ຽວກັບຄວາມເປັນມາຂອງການກໍ່ສ້າງຫໍພິພິທະພັນຫລັງໃຫມ່ ວ່າ: ໂຄງການດັ່ງກ່າວນີ້ ກໍ່ຍ້ອນເຫັນໄດ້ເຖິງຄວາມສໍາຄັນ ແລະ ບົດບາດ ຕ່າງໆ ບວກກັບຫໍພິພິທະພັນແຫ່ງຊາດຫລັງເກົ່າ ມີອາຍຸການໃຊ້ງານທີ່ຍາວນານ ເກືອບ 100 ປີມາແລ້ວ, ສະພາບອາຄານຜູພັງ ຊຸດໂຊມເປ່ເພ ແລະ ຕັບແຄບ ບໍ່ສາມາດຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການ ໃນການຄຸ້ມຄອງວັດຖູພັນປະຫວັດສາດ ປະເພດຕ່າງໆ ທີ່ເປັນມໍລະດົກອັນລໍ້າຄ່າ ທາງດ້ານວັດທະນະທໍາ ແລະ ປະຫວັດສາດ ທັງມີວິໃສທັດ ສ້າງໃຫ້ຫໍພິພິທະພັນແຫ່ງຊາດ ເປັນລະບົບຄົບຊຸດ ແລະ ທັນສະໄຫມ ຄືປະເທດອື່ນໆ ດັ່ງນັ້ນ ຄະນະນໍາກະຊວງ ຖວທ ຈິ່ງໄດ້ມີຫນັງສືສະເຫນີເພື່ອຂໍທິດທາງຊີ້ນໍາ ຈາກຂັ້ນເທິງ ເຖິງຄວາມຈໍາເປັນຂອງການກໍ່ສ້າງພິພິທະພັນຫລັງໃຫມ່ ມາໃນວັນທີ 14 ສິງຫາ 2012 ລັດຖະບານ ຈິ່ງໄດ້ແຈ້ງການ ສະບັບເລກທີ 1496/ ຫລບ,ກລຂ ເຖິງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍຕົກລົງເຫັນດີໃຫ້ເລຶອກເອົາຮູບແບບການຫັນຊັບສິນເປັນທຶນ ຄືລັດຖະບານໄດ້ຕົກລົງ ມອບທີ່ດິນ ແລະ ຕຶກອາຄານຫໍພິພິທະພັນແຫ່ງຊາດ ຫລັງເກົ່າ ໃຫ້ ບໍລິສັດ ກຸ່ມຄໍາໄພ ຊະນະ ຈໍາກັດຜູ້ດຽວ ເພື່ອແລກປ່ຽນເອົາການກໍ່ສ້າງ ຫໍພິພິທະພັນຫລັງໃຫມ່ ຊີ່ງມີມູນຄ່າ 10 ລ້ານໂດລ້າສະຫາລັດ ຫລື ປະມານ 80 ຕື້ກວ່າກີບ. ເດືອນກັນຍາ 2012 ໄດ້ມີສັນຍາ 2 ຝ່າຍ ລະຫວ່າງ ກະຊວງ ຖວທ ແລະ ບໍລິສັດ ກຸ່ມຄໍາໄພ ຊະນະ ແລະ ມາໃນວັນທີ 4 ເມສາ 2013 ຈິ່ງໄດ້ມີພິທີວາງສິລາເລີກໂຄງການກໍ່ສ້າງຫໍພິພິທະພັນຫລັງໃຫມ່ ແລະ ເລີ່ມລົງມືກໍ່ສ້າງຢ່າງເປັນລໍາດັບ ຈົນມີຜົນສໍາເລັດ ຢ່າງຈົບງາມ.
ຫໍພິພິທະພັນແຫ່ງຊາດ ຫລັງໃຫມ່ ເປັນອາຄານຮູບຊົງສະຖາປັດ ຕະຍະກໍາລາວ ທີມີການປະສົມປະສານ ຄວາມທັນສະໄຫມ ມີຄວາມໂດດເດັ່ນທາງດ້ານລວດລາຍດວງດອກ ເຊີ່ງເປັນອາຄານ 4 ຊັ້ນ, ມີຄວາມຍາວ 80 ຄູນ 56 ແມັດ,ລວງສູງ 29 ແມັດ, ມີເນື້ອທີ່ການນໍາໃຊ້ທັງໝົດ 7,171 ແມັດກາເດ, ເປັນໂຄງການທີ່ມີຄວາມແຫນ້ນຫນາຖາວອນ ທີ່ມີການນໍາໃຊ້ເຕັກນິກການກໍ່ສ້າງທີ່ທັນສະໄຫມ ດ້ວຍມູນຄ່າຕາມສັນຍາ 10 ລ້ານໂດລ້າສະຫາລັດ ຫລື ປະມານ 80 ຕື້ກວ່າກີບ.
ໃນພິທີ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະປະທານທຸກທ່ານ ແມ່ນໄດ້ພ້ອມກັນຕັດແຖບຜ້າ ແລະ ປ່ອຍປຸ່ມເປົ້າ ມອບ-ຮັບ ຢ່າງເປັນທາງການ, ພ້ອມກັນນັ້ນ ທາງ ບໍລິສັດ ກຸ່ມຄໍາໄພ ຊະນະ ຍັງໄດ້ມີການມອບກຸນແຈ ໃຫ້ແກ່ ກະຊວງ ຖວທ ແລະ ມອບຕໍ່ໃຫ້ກັບ ຄະນະຮັບຜິດຊອບຫໍພິພິທະພັນແຫ່ງຊາດ. ສໍາລັບຫໍພິພິທະພັນແຫ່ງຊາດ ຫລັງໃຫມ່ ແມ່ນຕັງຂື້ນຢ່າງສະຫງ່າຜ່າເຜີຍ ເປັນສະຖາທີ່ມີຄວາມໂດດເດັ່ນ ດ້ວຍດວງດອກມາລາ ທີ່ງົດງາມ ແລະ ຫອມຫວນ ອຸທິດ ແລະ ສະເຫລີມ ສະຫລອງ ວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ, ເພື່ອປະດັບເອ້ດິນແດນ ສປປ ລາວ ທັງເປັນສາງຄັງແຫ່ງຄວາມຮູ້ ເພື່ອໃຫ້ນັກຮຽນ-ນັກສຶກສາ ກໍ່ຄືລູກຫລານປະຊາຊົນລາວ ບັນດາເຜົ່າ ໄດ້ຄົ້ນຄວ້າ ແລະ ສຶກສາຮໍ່າຮຽນເອົາຄວາມຮູ້ດ້ານຕ່າງໆ ເພື່ອມາຝຶກຜົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນຊັບພະຍາກອນມະນຸດ ທີ່ເຕັມໄປດ້ວຍຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດ ສິນທໍາປະຕິວັດ ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ແສນຮັກ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ນອກຈາກນີ້ ຍັງກາຍເປັນແຫລ່ງທ່ອງທ່ຽວ ເພື່ອຕ້ອນຮັບການມາທ່ຽວຊົມຂອງນັກທ່ອງທ່ຽວ ທັງໃກ້ ແລະ ໄກ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ