ວັນທີ 1 ທັນວາ 2017 ນີ້, ທີ່ທຳນຽບປະທານປະເທດ ບັນດາຜູ້ນຳເຮົານຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປລາວ, ພ້ອມດ້ວຍຄູ່ສົມລົດເຂົ້າອວຍພອນ, ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ. ເຊິ່ງ ທ່ານ ຈອນ ໂອເວນ ວິນລຽມ ທູດອາວຸໂສ ໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນຫລາຍດ້ານ ທີ່ ສປປ ລາວ ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 42 ປີຜ່ານມາ.
ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບບັນ ດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍຄູ່ສົມລົດ ທີ່ໄດ້ເຂົ້າມາອວຍພອນໄຊອັນປະເສີດ ດ້ວຍຄວາມຮັກແພງສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບມາ ສູ່ພວກຂ້າພະເຈົ້າ ກໍຄື ປະຊາຊົນລາວທັງຊາດ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ ແລະ ວັນປີໃໝ່ສາກົນ 2018 ທີ່ຈະມາເຖິງນີ້. ທ່ານ ປະທານປະເທດໄດ້ຖືໂອກາດນີ້, ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວທັງຊາດ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາປະເທດເພື່ອມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອສປປ ລາວ ໃນການປະຕິບັດພາລະກິດສ້າງສາພັດທະນາປະເທດຊາດ ໃນຕະຫລອດໄລຍະ ທີ່ຜ່ານມາ. ທ່ານ ປະທານປະເທດ ກ່າວຕື່ມວ່າ: ສປປ ລາວ ຍາມໃດກໍຖືເອົາການສົ່ງເສີມການທ່ອງທ່ຽວ ເປັນຂະແໜງການເສດຖະກິດປາຍແຫລມໜຶ່ງທີ່ສຳຄັນ ເພື່ອປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ມາຢ້ຽມຢາມ ສປປ ລາວ ຫລາຍຂຶ້ນ. ໃນໂອກາດເປີດປີທ່ອງທ່ຽວລາວ 2018 ນີ້, ທ່ານໄດ້ເຊີນຊວນບັນດາທູຕານຸທູດ, ອົງການຈັດຕັ້ງສາກົນປະຈຳ ສປປ ລາວ, ພ້ອມດ້ວຍຍາດຕິພີ່ນ້ອງ ແລະ ໝູ່ເພື່ອນທັງຫລາຍ ເດີນທາງມາທ່ອງທ່ຽວລາວ ເພື່ອໄດ້ມີໂອກາດມາສຳຜັດກັບບັນຍາກາດ, ເອກະລັກວັດທະນະທຳ ຮີດຄອງປະເພນີອັນຕີງາມ ແລະ ທິວທັດທຳມະຊາດອັນສວຍສົດງົດງາມ ຂອງ ສປປ ລາວ.
Editor: ກຳປານາດ ລັດຖະເຮົ້າ