ເມື່ອບໍ່ດົນມານີ້, ຢູ່ທີ່ວັດບ້ານດົງນາໂຊກ ໃຕ້ ໄດ້ຈັດພິທີ ສະຫລຸບຜົນງານ ແລະ ມອບໃບຍັ້ງຢຶນຄອບຄົວສາມັກຄີ ຂື້ນ ໃນພິທີ ໂດຍການເຂົ້າຮ່ວມຂອງ ທ່ານນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສິໂຄດຕະບອງ, ມີທ່ານ ອຸທອງ ຈິດມະນີ ປະທານແນວລາວສ້າງຊາດເມືອງສີໂຄດຕະບອງ ພ້ອມນີ້ຍັງມີ ປະທານແນວລາວສ້າງຊາດກຸ່ມບ້ານ, ປະທານແນວລາວສ້າງຊາດບ້ານດົງນາໂຊກໃຕ້. ເລຂາພັກບ້ານ, ສະມາຊິດບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານນາຍບ້ານ ໄດ້ຂື້ນລາຍງານການຈັດຕັ້ງປະຕີບັດ ການສ້າງຄອບຄົວສາມັກຄີ ວ່າ: ບ້ານດົງນາໂຊກໃຕ້ ແມ່ນອີກ 1 ບ້ານ ທີ່ນອນຢູ່ໃນ 60 ບ້ານ, ຂື້ນກັບເມືອງສີໂຄດຕະບອງ, ພົນລະເມືອງ ທັງໝົດ 3,309 ຄົນ, ຍິງ 1,639 ຄົນ, ມີ 575 ຄອບຄົວ, ສໍາລັບການຈັດຕັ້ງປະຕິບັດ ກວດກາປະເມີນຜົນສ້າງຄອບຄົວສາມັກຄີ ຮອບ 2 ປີ 2017 ຂອງບ້ານດົງນາໂຊກໃຕ້ ລວມມີ 35 ຫນ່ວຍ, ມີຫນ້າ 575 ຄອບຄົວ ປະຕິບັດໄດ້ຕາມມາດຖານ 15 ຂໍ້ແຂ່ງຂັນ ທີ່ສູນກາງແນວລາວສ້າງຊາດ ວາງອອກ, ມີ 561 ຄອບຄົວ ທີ່ປະຕິບັດໄດ້ ແລະ ອີກ 14 ຄອບຄົວຍັງປະຕິບັດບໍ່ໄດ້. ດ້ານດີ ຍ້ອນໄດ້ຮັບການຊີ້ນໍາຈາກແນວລາວສ້າງຊາດເມືອງ, ເລຂາພັກບ້ານ ຢ່າງໄກ້ສິດ ແລະ ໄດ້ມີເອກະສານນິຕິກໍາອື່ນໆເປັນບ່ອນອິງ. ພ້ອມກັນນັ້ນ ໄດ້ຮັບການຊຸກຍູ້ຊ່ວຍເຫລືອ ແລະ ອໍານວຍຄວາມສະດວກຕ່າງໆ ຈາກອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນ, ເຖົ້າແກ່ແນວຖຮມ ລວມທັງຜູ້ຊົງຄຸນນະວຸດທິ ທຸກພາກສ່ວນພາຍໃນບ້ານ. ນອກຈາກນັ້ນ ຍັງໄດ້ຮັບການຮ່ວມມືຈາກພໍ່ແມ່ປະຊາຊົນ ໃນແຕ່ລະຄອບຄົວ ໃນເວລາລົງສໍາຫລວດກວດກາ ແລະ ສໍາພາດດ້ານຕ່າງໆ. ໃນພິທີ ແມ່ນໄດ້ມີການມອບໃບຢັ້ງຢືນ ຄອບຄົວສາມັກຄີ ແກ່ຄອບຄົວສາມັກຄີ ໂດຍຕາງຫນ້າແຕ່ລະກຸ່ມ ແຕ່ລະຫນ່ວຍ ຂື້ນຮັບ ແລະ ໃຫ້ກຽດ ເປັນປະທານມອບໂດຍແມ່ນ ທ່ານນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສີໂຄດຕະບອງ.
Editor: ກຳປານາດ ລັດຖະເຮົ້າ