ສຳນັກຂ່າວສານປະເທດລາວ ຮ່ວມກັບ ສຳນັກຂ່າວສານຫວຽດນາມ ຈັດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ "ສາຍພົວພັນລາວ-ຫວຽດນາມ ໜັກແໜ້ນ, ຍືນຍົງກວ່າພູເຂົາກ້າ, ກວ່າແມ່ນ້ຳລຳເຊ" ແຕ່ວັນທີ 6-9 ທັນວາ 2017 ເພື່ອເປັນການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 55 ປີ (5 ກັນຍາ 1962-2017) ແລະ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມຄົບຮອບ 40 ປີ (18 ກໍລະກົດ 1977-2017) ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ.
ໃນງາມມີຮູບຖ່າຍຮ້ອຍກວ່າແຜ່ນທີ່ຊົງຄຸນຄ່າ ຊຶ່ງສ່ອງແສງຢ່າງມີຊີວິດຊີວາ ແລະ ເລິກເຊິ່ງ ຕະຫຼອດໄລຍະເວລາຫລາຍກວ່າເຄິ່ງສະຕະວັດ ທີ່ມີຄວາມສະໜິດຕິດພັນ, ຄ່ຽງບ່າຄຽງໄຫຼ່ ລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃນການຕໍ່ສູ້ທີ່ຍືດເຍື້ອຍາວນານຕ້ານຈັກກະພັດລ່າເມືອງຂຶ້ນ ເພື່ອປົດປ່ອຍປະເທດຊາດ ແລະ ສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.
ໃນງານມີການເຂົ້າຮ່ວມຂອງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ສະຫວັນຄອນ ຣາຊະມຸນຕຣີ, ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ສູນທອນ ຄັນທະວົງ ແລະ ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ຫງວຽນ ດຶກ ເລີຍ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນຂອງສອງປະເທດ.
ທ່ານ ສະຫວັນຄອນ ຣາຊະມຸນຕຣີ ກ່າວໃນງານວ່າ: ງານວາງສະແດງຮູບພາບໃນຄັ້ງນີ້ ບໍ່ພຽງແຕ່ຍົກໃຫ້ເຫັນໝາກຜົນ ແລະ ໄຊຊະນະແຫ່ງການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດລາວ-ຫວຽດນາມ ພວກເຮົາເທົ່ານັ້ນ ຫາກຍັງສ່ອງແສງໃຫ້ເຫັນເຖິງສາຍພົວພັນຮ່ວມມືຢ່າງສະໜິດແໜ້ນ ລະຫວ່າງ ສຳນັກຂ່າວສານປະເທດລາວ ແລະ ຫວຽດນາມ ທີ່ມີມາແຕ່ດົນນານ ນັບແຕ່ສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ.
Editor: ຂ່າວສານປະເທດລາວ