ວັນທີ 5 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ເຈົາ ວັນ ມິງ ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ,ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ເຈົາ ວັນ ມິງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຂຶ້ນໄປເລື້ອຍໆ ທັງເປັນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ກັບ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຕະຫລອດໄປ.
ພ້ອມດຽວກັນນີ້, ທ່ານ ເຈົາ ວັນ ມິງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ຊາບຕື່ມອີກ.
Editor: ຂ່າວສານປະເທດລາວ