ໂດຍປະຕິບັດຕາມບົດບັນທຶກຊ່ວຍຈຳຂອງການຮ່ວມມືດ້ານການເມືອງ, ເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແລະ ວຽກງານກິລາ-ວັນນະຄະດີຂອງສອງເມືອງ,ລະຫວ່າງ ເມືອງຊຳໃຕ້ ແຂວງຫົວພັນ ສປປ ລາວ ແລະ ເມືອງ ກອນເຊີນ ແຂວງແທ່ງຮ່ວາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ທ້າຍອາທີດຜ່ານມານີ້ ຢູ່ທີ່ຫ້ອງການປົກຄອງເມືອງກອນເຊີນ ແຂວງແທ່ງຮ່ວາ ສສ ຫວຽດນາມ ໄດ້ຈັດໃຫ້ມີພິທີພົບປະແລກປ່ຽນບົດຮຽນເຊີ່ນກັນ ແລະ ກັນ ຂື້ນຢ່າງເປັນທາງການ, ເຊີ່ງຝ່າຍລາວນຳໂດຍ ທ່ານ ຮີນທອງ ດວງຈັນສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊໍາໄຕ້ ພ້ອມດ້ວຍຄະນະ ແລະ ຝ່າຍຫວຽດນາມນໍາໂດຍ ທ່ານ ຫງ້ຽນ ງອກ ຕ່ຽນ ກຳມະການພັກແຂວງ, ເລຂາພັກເມືຶອງ ປະທານປະຊາຊົນເມືອງກອນເຊີນ ພ້ອມດ້ວຍຄະນະ. ໃນວາລະຂອງພິທີ ການນໍາທັງສອງເມືອງ ໄດ້ພ້ອມຜັດປ່ຽນກັນຂື້ນຜ່ານບົດສະຫຼຸບໃນການຮ່ວມມືໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ, ຫຼັງຈາກນັ້ນຜູ້ເຂົ້າຮ່ວມທັງສອງເມືອງ ໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນ ຢ່າງກົງໄປກົງມາ ແລະ ເປັນເອກະພາບກັນ, ໃນນີ້ໄດ້ເຫັນດີເປັນເອກະພາບກັນໃນການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ໃນການຕ້ານ ແລະ ສະກັດກັ້ນການຄ້າຂາຍສີ່ງເສບຕິດ ແລະ ສິ່ງທີ່ຜິດກົດໝາຍຂ້າມແດນ, ສົ່ງເສີມປະຊາຊົນທີ່ຢູ່ບ້ານໃກ້ຄຽງໄປມາຫາສູ່ ແລະ ຄ້າຂາຍຖຶກຕ້ອງຕາມລະບຽບກົດໝາຍ, ທັງນີ້, ເພື່ອເປັນການເສີມຂະຫຍາຍສາຍພົວພັນອັນພິເສດປະເທດອ້າຍນ້ອງເວົ້າລວມ, ເວົ້າສະເພາະແມ່ນ ຊຳໃຕ້-ກອນເຊີນ ທີ່ມີມາແຕ່ດຶກດຳບັນ ໃຫ້ຂຽວສົດງົດງາມຕະຫຼອດໄປ,
ໃນປີ 2017 ນີ້ເປັນປີທີ່ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງວັນບຸນປະຫວັດສາດທີ່ສຳຄັນ ເປັນຕົ້ນ: ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຮອບດ້ານແຂວງຫົວພັນ-ແທ່ງຮ່ວາ ຄົບຮອບ 50 ປີ, ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ, ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຮອບດ້ານລາວ-ຫວຽດນາມ ຄົບຮອບ 40 ປີ, ໃນໄລຍະຜ່ານນີ້ການນຳເມືອງກອນເຊີນໄດ້ຊ່ວຍເຫຼືອທຶນກໍ່ສ້າງຫ້ອງການດ່ານປະເພນີບ້ານສົບເຜຶອ ເມືອງຊຳໃຕ້ ແລະ ອຸປະກອບຮັບໃຊ້ຫ້ອງການອີກຈຳຈວນໜື່ງ ລວມມູນຄ່າທັງໝົດ 500 ລ້ານດົງ ຫຼື ປະມານ 250 ລ້ານກີບ. ການໄປຍ້ຽມຍາມຂອງຜູ້ແທນເມືອງຊຳໃຕ້ ແຂວງຫົວພັນ ຄັ້ງນີ້ຍັງໄດ້ຈັດການແຂ່ງຂັນກິລາບານເຕາະຊາຍ ແລະ ພົບປະແລກປ່ຽນການສະແດງສິລະປະວັນ ນະຄະດີຢ່າງຄຶກຄືນມ່ວນຊ່ວຍຕື່ມອີກດ້ວຍ.
ຂອບໃຈທີມຂ່າວເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ